leftcenterrightdel
ຄະນະປະຕິບັດງານນະຄອນໂຮ່ຈີມິນ ມອບຂອງຂວັນໜູນຊ່ວຍໃຫ້ທະຫານຊາຍແດນແຂວງໄຕນິງ. ພາບ: ນາມຄູ.

ວັນທີ 4 ພຶດສະພາ, ຄະນະປະຈໍາຄະນະກໍາມະການແນວໂຮມປະເທດຊາດນະຄອນໂຮ່ຈີມິນ ໄດ້ຈັດ 3 ຄະນະພະນັກງານໄປຢ້ຽມຢາມຖາມຂ່າວ, ປຸກລະດົມກໍາລັງປະຕິບັດໜ້າທີ່ຄວບຄຸມ, ສະກັດກັ້ນພະຍາດໂຄວິດ-19 ຢູ່ບັນດາດ່ານຊາຍແດນຂຶ້ນກັບ 3 ແຂວງ: ໄຕນິງ, ລອງອານ, ບີ່ງເຝືອກ. ຕາມນັ້ນແລ້ວ, ນະຄອນໂຮ່ຈີມິນ ຫັກເງິນ 5,6 ຕື້ດົ່ງຈາກກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງນະຄອນເພື່ອໜູນຊ່ວຍບັນດາກໍາລັງປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ 3 ແຂວງຕິດກັບຊາຍແດນດັ່ງກ່າວ. ບັນດາຄະນະປະຕິບັດງານກໍ່ມອບງົບປະມານເພື່ອໃຫ້ບັນດາແຂວງປະຕິບັດກິດຈະກຳ “ດອກໄຟແສງຕາເວັນ-ແສງສະຫວ່າງເຂດຊາຍແດນ” ຢູ່ບັນດາດ່ານປ້ອງກັນຊາຍແດນຕາມເຂດຊາຍແດນ.

ໂດຍ: ດັ້ງເກື່ອງ