ຄິດໄລ່ລວມ 4 ເດືອນຕົ້ນປີ 2021, ຈໍານວນວິສາຫະກິດສ້າງຕັ້ງໃໝ່ເພີ່ມຂຶ້ນ 17,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ເພີ່ມຂຶ້ນສູງທີ່ສຸດໃນຊຸມປີ 2017-2020 ແລະເພີ່ມໃນທຸກຂະແໜງເສດຖະກິດ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ໃນເດືອນເມສາ 2021, ຫວຽດນາມ ມີວິສາຫະກິດສ້າງຕັ້ງໃໝ່ເກືອບ 15.000 ແຫ່ງດ້ວຍຈໍານວນທຶນຈົດທະບຽນເກືອບ 180.000 ຕື້ດົ່ງ, ເພີ່ມກວ່າ 33% ກ່ຽວກັບຈໍານວນວິສາຫະກິດ, ເພີ່ມຂຶ້ນກວ່າ 59% ກ່ຽວກັບທຶນຈົດທະບຽນ. ໃນເດືອນ, ທົ່ວປະເທດຍັງມີ 5.745 ວິສາຫະກິດເຄື່ອນໄຫວຄືນໃໝ່, ເພີ່ມເກືອບ 51% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ນີ້ແມ່ນບັນດາສັນຍານຕັ້ງໜ້າກ່ຽວກັບແງ່ຫວັງພັດທະນາວິສາຫະກິດໃນໄລຍະຈະມາເຖິງ.

ຄິດໄລ່ລວມ 4 ເດືອນຕົ້ນປີ 2021, ທົ່ວປະເທດມີວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ກວ່າ 44.000 ແຫ່ງດ້ວຍຈໍານວນທຶນຈົດທະບຽນເກືອບ 628.000 ຕື້ດົ່ງ. ຄຽງຂ້າງນັ້ນ, ຍັງມີກວ່າ 19.000 ວິສາຫະກິດເຄື່ອນໄຫວຄືນໃໝ່.

ໂດຍ: ເຈິ່ນຮວ່ຽນ