leftcenterrightdel
(ພາບປະກອບຈາກ VOV.VN)

ການຄັດເລືອກເພື່ອແນໃສ່ຄົ້ນພົບ ແລະເຊີດຊູບັນດາຜະລິດຕະພັນທີ່ມີຄຸນນະພາບ, ຄຸນຄ່ານຳໃຊ້ສູງ, ມີຄວາມສາມາດບົ່ມຊ້ອນໃນການພັດທະນາການຜະລິດ, ເປີດກ້ວາງຕະຫຼາດ, ຕອບສະໜອງຄວາມນິຍົມຂອງຜູ້ບໍລິໂພກຢູ່ພາຍໃນ ແລະຕ່າງປະເທດເພື່ອມີແຜນການໜູນຊ່ວຍການຜະລິດ ແລະສົ່ງເສີມການຄ້າ, ປະກອບສ່ວນຊຸກຍູ້ອຸດສາຫະກຳຊົນນະບົດນະຄອນພັດທະນາ; ຄັດເລືອກບັນດາຜະລິດຕະພັນຊົນນະບົດດີເດັ່ນຂັ້ນນະຄອນ ເຂົ້າຮ່ວມການຄັດເລືອກຜະລິດຕະພັນອຸດສາຫະກຳຊົນນະບົດດີເດັ່ນຂັ້ນພາກພື້ນ. ຕາມນັ້ນແລ້ວ, ຄະນະກຳມະການ ປຊຊ ນະຄອນຮ່າໂນ້ຍ ໄດ້ມອບໜ້າທີ່ໃຫ້ພະແນກອຸດສາຫະກຳການຄ້າ ແນະນຳໃຫ້ບັນດາຄະນະກຳມະການ ປຊຊ ບັນດາເມືອງ, ເທດສະບານຕາແສງ ເພື່ອສ້າງແຜນການ ແລະຈັດຕັ້ງການປະຕິບັດການຄັດເລືອກຜະລິດຕະພັນອຸດສາຫະກຳຊົນນະບົດດີເດັ່ນຂັ້ນເມືອງ…

ແຫຼ່ງຄັດຈາກ: vovworld.vn