leftcenterrightdel
ໂຮງໝໍຊົ່ວຄາວແບກມາຍ ສາຂາ 2 ຢູ່ ຮ່ານາມ. ພາບ: thanhnien.vn

ຕອນບ່າຍວັນທີ 1 ພຶດສະພາ, ແຂວງຮ່ານາມ ໄດ້ສົ່ງຄົນເຈັບ F1 ທີ່ມີຄວາມສ່ຽງສູງມາປິ່ນປົວ ແລະຕິດຕາມສຸຂະພາບຢູ່ໂຮງໝໍຊົ່ວຄາວ. ໂຮງໝໍດັ່ງກ່າວ ມີຕຽງນອນຄົນເຈັບຕື່ມອີກ 400 ໜ່ວຍ ໄດ້ນຳເຂົ້າໃຊ້ການ,  ອັນໄດ້ຍົກຍອດຈຳນວນຕ່ຽງນອນຄົນເຈັບຂຶ້ນເປັນ 500 ໜ່ວຍ, ມີຄົບເຄື່ອງຈັກອຸປະກອນ, ລະບົບອົກຊີ…. ໃນນັ້ນ ມີຕຽງສຸກເສີນ 30 ໜ່ວຍທີ່ໄດ້ປະກອບ ແລະໝູນໃຊ້ເຕັກນິກສູງຢ່າງຄົບຖ້ວນ ນັບແຕ່ເຄື່ອງເອໂກ ຕະຫຼອດຮອດເຄື່ອງຊ່ວຍຫາຍໃຈ ເພື່ອຮັບໃຊ້ການປິ່ນປົວຄົນເຈັບ.

ແຫຼ່ງຄັດຈາກ: vovworld.vn