ລາຍລະອຽດແມ່ນ, ຄາດວ່າ ເດືອນ ເມສາ ປີ 2021, ວົງເງິນສົ່ງອອກສິນຄ້າຂອງທົ່ວປະເທດບັນລຸໄດ້ 25,5 ຕື້ໂດລາສະຫະລັດ, ຫຼຸດລົງ 14% ເມື່ອທຽບໃສ່ເດືອນ ມີນາ ແລະເພີ່ມຂຶ້ນ 44,9% ເມື່ອທຽບໃສ່ກັບໄລຍະດຽວກັນປີ 2020. ໄລ່ລວມ 4 ເດືອນຕົ້ນປີ 2021, ວົງເງິນສົ່ງອອກສິນຄ້າຄາດວ່າ ບັນລຸ 103,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 28,3% ເມື່ອທຽບໃສ່ໄລຍະດຽວກັນປີ 2020.

4 ເດືອນຕົ້ນປີ 2021, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນບັນລຸ 30,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 50,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ຖັດຈາກນັ້ນແມ່ນ ຈີນ, ຕະຫຼາດອີຢູ, ຕະຫຼາດອາຊຽນ, ສ.ເກົາຫຼີ, ຍີ່ປຸ່ນ…

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ກົມໃຫຍ່ສະຖິຕິ ກໍ່ໃຫ້ຮູ້ວ່າ 4 ເດືອນຕົ້ນປີ 2021, ວົງເງິນນໍາເຂົ້າສິນຄ້າຄາດວ່າບັນລຸ 102,61 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 30,8% ເມື່ອທຽບໃສ່ໄລຍະດຽວກັນປີ 2020. ຈີນ ຍັງແມ່ນຕະຫຼາດນໍາເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນບັນລຸ 33,1 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີນີ້,  ເພີ່ມຂຶ້ນ 47,8% ເມື່ອທຽບໃສ່ໄລຍະດຽວກັນປີ 2020; ຖັດຈາກແມ່ນ ສ.ເກົາຫຼີ, ຕະຫຼາດອາຊຽນ, ຍີ່ປຸ່ນ, ຕະຫຼາດອີຢູ...

ເພື່ອໜູນຊ່ວຍວິສາຫະກິດຢູ່ພາຍໃນປະເທດທຳການຜະລິດ ແລະຍູ້ແຮງການສົ່ງອອກ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ ຈະຈັດຕັ້ງການຂຸດຄົ້ນ, ຍາດແຍ່ງເອົາໂອກາດຈາກສັນຍາການຄ້າເສລີສະບັບຕ່າງໆ ເພື່ອຊອກຫາມາດຕະການພັດທະນາການຕະຫຼາດ ແລະແກ້ໄຂຮົ້ວກີດຂວາງເພື່ອແຊກຊຶມເຂົ້າຕະຫຼາດໃໝ່; ໃຫ້ບຸລິມະສິດໃນການຜັນຂະຫຍາຍການເຄື່ອນໄຫວສົ່ງເສີມການສົ່ງອອກ ແລະຕະຫຼາດທີ່ສົ່ງອອກມີການຟື້ນຟູໂດຍໄວພາຍຫຼັງພະຍາດໂຄວິດ-19.

ໂດຍ: ທະນາພອນ