leftcenterrightdel
ພາບປະກອບຈາກ: baodautu.vn.

ຍອດວົງເງິນການສົ່ງອອກນໍາໃຊ້ໃບຢັ້ງຢືນຕົ້ນກຳເນີດສິນຄ້າ (C/O) ບຸລິມະສິດຕາມ FTA ສະເລ່ຍບັນລຸ 32%-34%/ປີ. ໝາກ ຜົນດັ່ງກ່າວສະແດງໃຫ້ເຫັນວ່າ ບັນດາວິສາຫະກິດ ແລະສິນຄ້າສົ່ງອອກຈາກຫວຽດນາມ ພວມຄ່ອຍໆຍົກສູງອັດຕາໝູນໃຊ້ບຸລິມະສິດດ້ານພາສີຢູ່ບັນດາຕະຫລາດທີ່ມີ FTA ກັບຫວຽດນາມ. ພົ້ນເດັ່ນ, ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA), ນັບແຕ່ມີຜົນສັກສິດ (ເດືອນສິງຫາ 2020) ມາຮອດວັນທີ 4 ເມສາ 2021, ບັນດາອົງການ ຈັດຕັ້ງທີ່ໄດ້ຮັບການມອບສິດ ໄດ້ສະໜອງ C/O ແບບຟອມ EUR.1 ກວ່າ 127,296 ຊຸດ ດ້ວຍວົງເງິນເກືອບ 4,8 ຕື້ໂດລາສະຫະລັດ ໃຫ້ແກ່ 27 ປະເທດອີຢູ. ນອກຈາກນັ້ນ, ບັນດາວິສາຫະກິດສົ່ງອອກສິນຄ້າໄປຍັງຕະຫຼາດອີຢູ ຍັງປະຕິບັດການຢັ້ງຢືນຕົ້ນກຳເນີດໃຫ້ສິນຄ້າເກືອບ 3.585 ຊຸດ, ດ້ວຍມູນຄ່າກ່ວາ 10,8 ລ້ານໂດລາສະຫະລັດ, ແມ່ນໄດ້ຊົມໃຊ້ບຸລິມະສິດດ້ານພາສີຕາມ EVFTA. ບັນດາປະເພດສິນຄ້າທີ່ໄດ້ຊົມໃຊ້ບຸລິມະສິດຕົ້ນຕໍແມ່ນເກີບ, ສິນໃນນໍ້າ, ເຄື່ອງຕໍາແຜ່ນຕັດຫຍິບ, ຜະລິດຕະພັນກະເສດ ...

ໂດຍ: ກວຽດເຕິມ