ຕາມນັ້ນແລ້ວ, ຕ້ອງປະຕິບັດບັນດາມາດຕະການກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ເຊິ່ງຄະນະສະເພາະກິດແຫ່ງຊາດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ຄື: ຈໍາກັດການໄປມາ, ປິດບັນດາຮ້ານບັນເທິງ; ຈັດຕັ້ງການສັກວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ຕາມແຜນການທີ່ໄດ້ວາງອອກຢ່າງຮີບເຮັ່ງ, ປະຊາຊົນສະໝັກໃຈເຂົ້າຮ່ວມການສັກວັກຊິນໂດຍລັດຈັດຕັ້ງ. ຮຽກຮ້ອງບັນດາອົງການເອກະຊົນເຂົ້າຮ່ວມການສະໜັບສະໜູນບັນດາແຜນການສັກວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ປະຊາຊົນລາວ ລົງທະບຽນສັກວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: nhandan.com.vn.

ເພີ່ມທະວີການຄວບຄຸມຢູ່ເຂດຊາຍແດນ, ສະກັດກັ້ນບັນດາກໍລະນີເຂົ້າ-ອອກເມືອງຢ່າງຜິດກົດໝາຍຄຽງຄູ່ກັບການປັບໄໝລົງໂທດຢ່າງເຂັ້ມງວດສຳລັບກໍລະນີລະເມີດກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ; ໂຄສະນາ, ເຜີຍແຜ່ບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ໂດຍຄະນະສະເພາະກິດຍົກອອກ. ຍົກລະດັບບັນດາສູນແຍກປ່ຽວ ແລະເພີ່ມທະວີການວິເຄາະເລືອດສຳລັບບັນດາກໍລະນີທີ່ມີຄວາມສ່ຽງຕິດພະຍາດໂຄວິດ-19 ສູງ ຫຼື ບັນດາກໍລະນີທີ່ສົ່ງໃສວ່າຕິດພະຍາດໂຄວິດ-19.

ໂດຍ: ກວຽດເຕີມ