leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ຍອດວົງເງິນສົ່ງອອກ-ນຳເຂົ້າໃນສອງເດືອນຕົ້ນປີ ຄາດວ່າບັນລຸປະມານ 95,81 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 24,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ໃນນັ້ນການສົ່ງອອກບັນລຸໄດ້ 48,55 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 23,2%; ການນຳເຂົ້າບັນລຸໄດ້ 47,26 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 25,9%. ດຸນການຄ້າສິນຄ້າໃນສອງເດືອນຕົ້ນປີຄາດວ່າ ສົ່ງອອກເກີນດຸນ 1,29 ຕື້ໂດລາສະຫະລັດ. ໃນສອງເດືອນມີ 9 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 73,8% ຍອດວົງເງິນສົ່ງອອກ, ລວມມີ: ໂທລະສັບ ແລະເຄື່ອງອາໄຫຼ່; ເຄື່ອງເອເລັກໂຕນິກ, ຄອມພິວເຕີ ແລະເຄື່ອງອາໄຫຼ່; ອຸປະກອນກົນຈັກ, ອາໄຫຼ່ເຄື່ອງມື; ເຄື່ອງຕໍາແຜ່ນຕັດຫຍິບ; ເກີບ; ໄມ້ ແລະຜະລິດຕະພັນໄມ້...

ໂດຍ: ຫງວຽນກຸກ