ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຍ້ອນຕິດແປດຢູ່ພາຍໃນປະເທດເປັນຈຳນວນ 1.530 ກໍລະນີ, ມີ 1.844 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ 35 ຄົນເສຍຊີວິດ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 28 ກຸມພາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 114.365.592 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.536.703 ຄົນ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 29.202.824  ຄົນ, ໃນນັ້ນມີ ຜູ້ເສຍຊີວິດແມ່ນ 524.669  ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ແຫຼ່ງຄັດຈາກ: vovworld.vn