ຕາມນັ້ນແລ້ວ, ຮອດປີ 2025, ມາດຕາສ່ວນປະກອບຂອງການບໍລິການ logistics ເຂົ້າ GDP ຈະບັນລຸ 5-6%, ລະດັບເຕີບໂຕການບໍລິການ logistics ບັນລຸ 15-20%, ອັດຕາສ່ວນເຊົ່າການບໍລິການ logistics ຈາກພາຍນອກບັນລຸ 50-60%, ຄ່າໃຊ້ຈ່າຍ logistics ຫຼຸດລົງເທົ່າກັບ 16-20% GDP, ການຈັດອັນດັບຕາມດັດຊະນີ LPI ໃນໂລກແມ່ນຢູ່ໃນລະດັບ 50 ຂຶ້ນໄປ.

leftcenterrightdel
ພາບປະກອບຈາກ: baochinhphu.vn.

ຂໍ້ຕົກລົງດັ່ງກ່າວກໍ່ເພີ່ມເຕີມວິວັດທະນາການປະຕິບັດແຜນການ, ລະອຽດແມ່ນ: ປີ 2020-2021, ກວດກາຄືນສະພາບການປະຕິບັດ ແລະສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ຍົກສູງກໍາລັງຄວາມສາມາດແກ່ງແຍ້ງ ແລະພັດທະນາການບໍລິການ logistics ຢູ່ຫວຽດນາມ.

ປີ 2023, ປະເມີນຜົນ, ຕີລາຄາໝາກຜົນແຫ່ງການປະຕິບັດແຜນການດໍາເນີນງານ, ກະກຽມພື້ນຖານທິດສະດີ ແລະພຶດຕິກໍາຕົວຈິງເພື່ອຄົ້ນຄວ້າ, ສ້າງຍຸດທະສາດພັດທະນາການບໍລິການ logistics ຢູ່ຫວຽດນາມ ໄລຍະ 2025-2035, ວິໄສທັດຮອດປີ 2045. ປີ 2024 ສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ຍົກສູງກໍາລັງຄວາມສາມາດແກ່ງແຍ້ງ ແລະພັດທະນາການບໍລິການ logistics ຢູ່ຫວຽດນາມ; ຈັດຕັ້ງ ແລະສ້າງຍຸດທະສາດພັດທະນາການບໍລິການ logistics ຢູ່ຫວຽດນາມ ໄລຍະ 2025-2035, ວິໄສທັດຮອດປີ 2045. ປີ 2025, ສະຫຼຸບ, ຕີລາຄາໝາກຜົນແຫ່ງການປະຕິບັດແຜນການດໍາເນີນງານ; ຜັນຂະຫຍາຍຍຸດທະສາດພັດທະນາການບໍລິການ logistics ຢູ່ຫວຽດນາມ ໄລຍະ 2025-2023, ວິໄສທັດຮອດປີ 2045. 

ໂດຍ: ທູຈາງ