ນັກຊ່ຽວຊານ David Jarkulisch ຖືວ່າ ລັດຖະບານຫວຽດນາມ ໄດ້ຮັບຮອງເອົາຍຸດທະສາດໃໝ່ທີ່ເໝາະສົມກັບພື້ນຖານເສດຖະກິດດ້ວຍການປະຕິວັດອຸດສາຫະກຳຄັ້ງທີ 4 (4.0), ແນໃສ່ຫັນປ່ຽນຮູບແບບເຕີບໂຕໃນປະຈຸບັນໂດຍອີງໃສ່ການນໍາໃຊ້ແຮງງານລາຄາຖືກ.

leftcenterrightdel
ທ່າອ່ຽງຫັນປ່ຽນໂຄງປະກອບຊັບພະຍາກອນມະນຸດໃນການປະຕິວັດອຸດສາຫະກຳ 4.0. ພາບ: ສໍານັກຂ່າວສານຫວຽດນາມ.

ຄາດຄະເນວ່າ, ຍຸດທະສາດຈະເພີ່ມມາດຕາຖ່ວງຂອງພື້ນຖານເສດຖະກິດດີຈີຕອນໃນລວມຍອດ GDP ຂຶ້ນເຖິງ 30% ໃນປີ 2030. ການພັດທະນາຂອງພື້ນຖານເສດຖະກິດດີຈີຕອນ ຈະນໍາມາເຊິ່ງກາລະໂອກາດໃໝ່ໃຫ້ບັນດາບໍລິສັດຂອງ ສ.ເຊັກໂກ, ເຊິ່ງໄດ້ເລີ່ມຕົ້ນສ້າງຕັ້ງໃນຂົງເຂດນີ້ຢູ່ຫວຽດນາມ, ຄືໃນຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຫຼື ທະນາຄານດີຈີຕອນ.

ຕາມທ່ານ David Jarkulisch ແລ້ວ, ເພື່ອບັນລຸໄດ້ບັນດາເປົ້າໝາຍຂອງຍຸດທະສາດ, ຫວຽດນາມ ມີແຜນການຍູ້ໄວການສ້າງພື້ນຖານໂຄງລ່າງທີ່ຈໍາເປັນ, ຮັບປະກັນກະກຽມແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບຄວາມຮູ້ສູງ ແລະເປີດກວ້າງກໍາລັງຄວາມສາມາດປ່ຽນແປງໃໝ່ສັງລວມຂອງປະເທດຊາດ.

ລັດຖະບານຫວຽດນາມ ໄດ້ກໍານົດບັນດາເຕັກໂນໂລຢີບຸລິມະສິດທີ່ຈະສຸມໃສ່ໜູນຊ່ວຍ, ລວມມີ: ປັນຍາປະດິດ, ເຕັກໂນໂລຢີການບິນ ແລະຍ່ານເວຫາ, ຄົ້ນຄວ້າ ແລະພັດທະນາໜ້າຈໍຄວາມລະອຽດສູງ ແລະເຕັກໂນໂລຢີພິມ 3D ທັນສະໄໝ...

ໂດຍ: ເຈິ່ນຮວ່ຽນ