leftcenterrightdel
ນະຄອນດ່ານັ້ງ ມອບຂອງຂວັນກວ່າ 20.000 ພູດ ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມທຸກຍາກ. ພາບ: baovephapluat.vn.

ນອກນັ້ນ, ກໍ່ມີບັນດາຄະນະອຸປະຖຳ, ສ່ວນບຸກຄົນໃຈບຸນ ກໍ່ສະໜັບສະໜູນເງິນສົດ, ເຂົ້າສານ, ທັນຍາຫານ, ສະບຽງອາຫານ, ເຄື່ອງໃຊ້ໃນຄອບຄົວ, ຊ່ວຍບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນດ່ານັ້ງ. ທ່ານ ເລວັນມິງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນດ່ານັ້ງ ໃຫ້ຮູ້ວ່າ “ໃນໂອກາດບຸນເຕັດນີ້, ການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມແມ່ນມີຄວາມໝາຍວັດທະນະທຳມະນຸດ, ເປັນການລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນເມື່ອບຸນເຕັດວຽນມາ ແລະກໍ່ແມ່ນການປະກອບສ່ວນໃຫ້ແກ່ພໍ່ແມ່ປະຊາຊົນມີເງິນ, ທັນຍາຫານຕື່ມອີກ”.

ແຫຼ່ງຄັດຈາກ: vovworld.vn.