leftcenterrightdel
ບັນດານັກຮົບໄປບໍລິຈາກເລືອດ. ພາບ: ຫງວຽນມິງ.

ກ່າວຄໍາເຫັນທີ່ລາຍການ, ທ່ານ ສຈ. ປອ ເຈິ່ນວັນທ໊ວນ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຢັ້ງຢືນວ່າ: ເຫດການບໍລິຈາກເລືອດ, ຄື “ວັນອາທິດແດງ” ໄດ້ປະກອບສ່ວນຊ່ວຍຂະແໜງສາທາລະນະສຸກ, ຊ່ວຍຄົນເຈັບທີ່ຕ້ອງການເລືອດໃນໂອກາດກ່ອນ ແລະຫຼັງບຸນປີໃໝ່ປະຈໍາຊາດ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກແລ້ວ, ໃນປະຈຸບັນຄວາມຕ້ອງການເລືອດແມ່ນນັບມື້ນັບສູງຂຶ້ນ. ສະນັ້ນ ເພື່ອຮັບປະກັນເລືອດຢ່າງພຽງພໍໃຫ້ຄວາມຕ້ອງການສຸກເສີນ ແລະປິ່ນປົວຍາມໃດກໍ່ແມ່ນຄວາມກົດດັນທີ່ໃຫຍ່ຫຼວງຕໍ່ຂະແໜງສາທາລະນະສຸກ, ໃນຂະນະທີ່ຈໍານວນເລືອດໄດ້ຮັບຢູ່ພາຍໃນປະເທດເຮົາຫາກໍ່ສະໜອງໄດ້ພຽງແຕ່ປະມານ 75% ຂອງຄວາມຕ້ອງການປິ່ນປົວ.

ປີ 2021, “ວັນອາທິດແດງ” ຄັ້ງທີ XIII ຄາດຄະເນວ່າຈະມີສະຖານທີ່ບໍລິຈາກເລືອດ 80 ແຫ່ງ ແລະຈະໄດ້ຮັບເລືອດກວ່າ 50.000 ຖົງ. ຄະນະຈັດຕັ້ງກໍ່ໃຫ້ຂ່າວວ່າ, ໄລ່ຮອດວັນທີ 17 ມັງກອນ, “ວັນອາທິດແດງ” ໄດ້ຮັບເລືອດເກືອບ 35.000 ຖົງ.

ໂດຍ: ດັ້ງເກື່ອງ