ຕົວເລກສະຖິຕິຈາກພາສີຫວຽດນາມ ໃຫ້ເຫັນວ່າ ວົງເງິນການຄ້າສອງສົ້ນ ຫວຽດນາມ-ຈີນ ປີ 2020 ບັນລຸ 133,09 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄປຈີນ ບັນລຸ 48,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17,9%; ນໍາເຂົ້າຈາກຈີນ ບັນລຸ 84,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

leftcenterrightdel
ພາບປະກອບຄັດຈາກ: baochinhphu.vn.

ການນຳເຂົ້າເກີນດຸນຈາກຕະຫຼາດຈີນ ມີມູນຄ່າ 35,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,74% ເມື່ອທຽບໃສ່ປີ 2019. ຕາມກົມຕະຫຼາດອາຊີ-ອາຟະລິກາ, ກະຊວງອຸດສາຫະກໍາ, ການຄ້າແລ້ວ ຈີນສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ, ຕະຫຼາດສະໜອງສິນຄ້າໃຫຍ່ທີ່ສຸດ ແລະຕະຫຼາດສົ່ງອອກໃຫຍ່ທີສອງຂອງຫວຽດນາມ (ຖັດຈາກອາເມລິກາ).

ກຳລັງໜູນເຕີບໂຕຕົ້ນຕໍຂອງການຄ້າຫວຽດນາມ-ຈີນ ປີ 2020 ເປັນຕົ້ນແມ່ນມາຈາກໝວດສິນຄ້າປຸງແຕ່ງປະດິດສ້າງ ແລະວັດສະດຸກໍ່ສ້າງ... ປີ 2020 ແມ່ນປີທີ່ມີຄວາມຫຍຸ້ງຍາກຫຼາຍຢ່າງສຳລັບເສດຖະກິດ, ການຄ້າຢູ່ພາກພື້ນ ແລະໂລກເວົ້າລວມ, ການເຄື່ອນໄຫວດ້ານການຄ້າລະຫວ່າງຫວຽດນາມ ແລະຈີນ ເວົ້າສະເພາະ. ເຖິງຢ່າງໃດກໍ່ຕາມ, ດ້ວຍຜົນສຳເລັດໃນການຄວບຄຸມພະຍາດໂຄວິດ-19 ຂອງທັງຫວຽດນາມ ແລະຈີນ, ການຄ້າສອງສົ້ນລະຫວ່າງສອງປະເທດສືບຕໍ່ຮັກສາລະດັບເຕີບໂຕເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕເສດຖະກິດ ແລະການຄ້າຕ່າງປະເທດຂອງແຕ່ລະຝ່າຍ.

ໂດຍ: ເກື່ອງດັ້ງ