ກ່ອນໜ້ານັ້ນ, 3 ຄົນນີ້ໄດ້ສັກວັກຊິນປ້ອງກັນໂຄວິດ-19 ທີ່ມີຊີື່ວ່າ Nano Covax ເຂັມທໍາອິດໃນວັນທີ 17 ທັນວາ 2020. ກຸ່ມອາສາສະໝັກ 3 ຄົນນີ້ລວມມີ: ຊາຍ 1 ຄົນ, ຍິງ 2 ຄົນໃນເກນອາຍຸ 20-25 ປີ ເຊິ່ງໄດ້ສັກວັກຊິນປ້ອງກັນໂຄວິດ-19 ປະເພດ 25mcg ແລ້ວ.

leftcenterrightdel
ບັນດາຂັ້ນຕອນກະກຽມເພື່ອສັກທົດລອງວັກຊິນ Nano Covax. ພາບ: ຮ໊ຽວຮວ່າງ.

ທ່ານ ສຈ ໂດ້ກວ໊ຽດ, ຜູ້ອໍານວຍການວິທະຍາຄານການແພດ ໃຫ້ຮູ້ວ່າ ຕາມແຜນການຂອງໂຄງການສັກທົດລອງວັກຊິນ Nano Covax, ອາສາສະໝັກ 3 ຄົນທໍາອິດຂອງກຸ່ມ 1 (ລວມມີ 20 ຄົນ) ຈະສັກວັກຊິນ Nano Covax ເຂັມທີ 2 ປະເພດ 25mcg, ເຂັມທີ 1 ແລະເຂັມທີ 2 ຫ່າງກັນ 28 ມື້.

ພາຍຫຼັງການສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 1 ໂດຍບໍ່ພົບເຫັນອາການຜິດປົກກະຕິ, ມາຮອດປັດຈຸບັນ, ວິທະຍາຄານການແພດໄດ້ສັກທົດລອງວັກຊິນ Nanocovax ປະເພດ 25mcg, 50mcg ແລະ 75mcg ໃຫ້ກຸ່ມທີ່ຍັງເຫຼືອຢ່າງປອດໄພ. ມາຮອດປັດຈຸບັນ, ອາສາສະໝັກທຸກຄົນລ້ວນແຕ່ມີສຸຂະພາບແຂງແຮງ, ບໍ່ມີອາການຜິດປົກກະຕິ. 

ໂດຍ: ໄຊຊະນະ