leftcenterrightdel
ວິທະຍາຄານການແພດກອງທັບ ສັກທົດລອງວັກຊິນ Nanocovax. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມການສຳຫຼວດ ໂດຍເຄືອຂ່າຍສຳຫຼວດຕະຫຼາດ WIN ປະຕິບັດໃນເດືອນທັນວາ 2020 ແລ້ວ, ຈີນ, ຫວຽດນາມ ແລະແດນມາກ ແມ່ນບັນດາປະເທດມີອັດຕາຜູ້ຍອມສັກວັກຊິນໂຄວິດ - 19 ສູງສຸດ. 90% ຜູ້ຖືກຖາມຢູ່ທັງຫວຽດນາມ, ຈີນ ແລະແດນມາກ ໃຫ້ຮູ້ວ່າເຂົາເຈົ້າຈະສັກວັກຊິນກັນພະຍາດໂຄວິດ - 19.

ໄປຄຽງຄູ່ກັນນັ້ນ, ການສຳຫຼວດດັ່ງກ່າວກໍສຳຫຼວດກ່ຽວກັບລະດັບຄວາມເພິ່ງພໍໃຈຂອງປະຊາຊົນສຳລັບວິທີຄວບຄຸມໂລກລະບາດຂອງລັດຖະບານ. ຢູ່ຫວຽດນາມ, 100% ຜູ້ຖືກຖາມລ້ວນແຕ່ສະໜັບສະໜູນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງລັດຖະບານ. 

ແຫຼ່ງຄັດຈາກ: vovworld.vn