ທີ່ການໂອ້ລົມທາງໂທລະສັບ, ທ່ານ ຟ້າມບິ່ງມິງ ຕີລາຄາສູງຕໍ່ເລື່ອງແຂວງ Gunma ຊຸກຍູ້ການພົບປະແລກປ່ຽນກັບຫວຽດນາມ. ທ່ານ ຟ້າມບິ່ງມິງ ສະເໜີທ່ານ Yamamoto Ichita ສົມທົບກັນຊຸກຍູ້ການຮັບເອົາຜູ້ອອກແຮງງານ, ນັກເຝິກງານຂອງຫວຽດນາມ, ພົບປະແລກປ່ຽນວັດທະນະທໍາ, ສົ່ງເສີມ, ໜູນຊ່ວຍວິສາຫະກິດຂອງແຂວງເພີ່ມທະວີການລົງທຶນເຂົ້າຫວຽດນາມ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Yamamoto Ichita ຜູ້ວ່າການແຂວງ Gunma, ຍີ່ປຸ່ນ. ພາບ: baochinhphu.vn.

ສ່ວນທ່ານ Yamamoto Ichita ໃຫ້ຮູ້ວ່າ ບັນດາວິສາຫະກິດຍີ່ປຸ່ນ ເອົາໃຈໃສ່ ແລະຕີລາຄາສູງຕໍ່ສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ; ທ່ານຢັ້ງຢືນວ່າ ອໍານາດການປົກຄອງແຂວງຈະສືບຕໍ່ໜູນຊ່ວຍ, ສົ່ງເສີມວິສາຫະກິດຂອງແຂວງມາລົງທຶນຢູ່ຫວຽດນາມ. ທ່ານ Yamamoto Ichita ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມື, ແລກປ່ຽນເປັນປະຈຳເພື່ອສ້າງສະພາບແວດລ້ອມໃນການເຮັດວຽກ, ດໍາລົງຊີວິດຢ່າງສະດວກໃຫ້ແກ່ນັກເຝິກງານຫວຽດນາມ ຢູ່ໃນແຂວງ.

ໂດຍ: ທູຈາງ