ໃນວັນທີ 20 ຕຸລາ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ມີໜ້າຢູ່ແຂວງກວ້າງບິ່ງ ແລະໄປນໍາກຳລັງກູ້ໄພກູ້ຊີບຂອງກອງບັນຊາການທະຫານແຂວງກວ້າງບິ່ງ. ຕາມຂໍ້ມູນທີ່ພວກຂ້າພະເຈົ້າ ເກັບກໍາມາໄດ້, ໃນວັນທີ 20 ຕຸລາ ໃນບໍລິເວນແຂວງ ຍັງມີຝົນຕົກໃນບໍລິເວນກວ້າງ, ໄພນໍ້າຖ້ວມຍັງສືບຕໍ່ຂຶ້ນສູງ. ບັນດາກໍາລັງກູ້ໄພກູ້ຊີບຢູ່ທັງ 3 ຂັ້ນແຂວງ, ເມືອງ, ຕາແສງ ໄດ້ລະດົມເຮືອຈັກເພື່ອຈັດຕັ້ງການຍົກຍ້າຍປະຊາຊົນຢູ່ເຂດຖືກນໍ້າຖ້ວມເລິກເຖິງສະຖານທີ່ສູງກວ່າ.

ໂດຍແມ່ນໜຶ່ງໃນບັນດາທ້ອງຖິ່ນຖືກຜົນສະທ້ອນໜັກໜ່ວງທີ່ສຸດຂອງແຂວງກວ້າງບິ່ງ, ທ່ານ ດັ້ງດ້າຍຕິ່ງ, ປະທານຄະນະກໍາມະການປະຊາຊົນເມືອງເລ້ຖຸຍ ໃຫ້ຮູ້ວ່າ: ຮອດເວລາ 9:30 ນາທີ ຂອງວັນທີ 20 ຕຸລາ, ທັງໝົດ 26/26 ຕາແສງ, ເທດສະບານຂອງເມືອງຖືກນໍ້າຖ້ວມ, ໃນນັ້ນມີຫຼາຍຕາແສງຖືກຖ້ວມ 100%. ໃນກາງຄືນມື້ນັ້ນ, ຄະນະກໍາມະການປະຊາຊົນເມືອງ ໄດ້ລະດົມພະນັກງານ, ນັກຮົບ 100% ຂອງກອງບັນຊາການທະຫານເມືອງ, ຕໍາຫຼວດເມືອງ ແລະກໍາລັງທະຫານລາດປ້ອງກັນຕົວຢູ່ກັບທີ່ທັງໝົດຂອງບັນດາຕາແສງ ເພື່ອຍົກຍ້າຍປະຊາຊົນເຖິງສະຖານທີ່ປອດໄພຢ່າງທັນການ. ເຖິງຢ່າງໃດກໍ່ຕາມ, ຝົນຕົກນໍ້າຖ້ວມ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະຜູ້ຮັບບາດເຈັບເກືອບ 30 ຄົນ.

leftcenterrightdel
ກໍາລັງປະກອບອາວຸດແຂວງກວ້າງບິ່ງ ແຈກຢາຍສະບຽງອາຫານ, ເຄື່ອງຂອງທີ່ຈຳເປັນໃຫ້ປະຊາຊົນຢູ່ເຂດນໍ້າຖ້ວມ. ພາບ: qdnd.vn.

ໂດຍແມ່ນຜູ້ບັນຊາພະນັກງານ, ນັກຮົບຂັບຂີ່ກາໂນໂດຍກົງເພື່ອກູ້ຊ່ວຍປະຊາຊົນໃນບໍລິເວນເມືອງກວ້າງນິງ, ທ່ານພັນເອກ ເຈິ່ນຈີ້ຮ໊ຽວ, ຮອງຫົວໜ້າເສນາທິການກອງບັນຊາການທະຫານແຂວງກວ້າງບິ່ງ ໃຫ້ຮູ້ວ່າ, ຕາມການຊີ້ນໍາຂອງຂັ້ນເທິງ, ເພື່ອກູ້ຊ່ວຍປະຊາຊົນຢ່າງທັນການ, ທາງກົມກອງໄດ້ລະດົມກໍາລັງ 100% ເພື່ອຊອກຫາປະຊາຊົນທີ່ຍັງຄ້າງໃນເຂດນໍ້າຖ້ວມ. ນີ້ແມ່ນໄພນໍ້າຖ້ວມຄັ້ງປະຫວັດສາດ, ຍັງບໍ່ເຄີຍເກີດຂຶ້ນໃນບໍລິເວນແຂວງ, ສະນັ້ນ ເລື່ອງກູ້ຊ່ວຍປະຊາຊົນແມ່ນໜ້າທີ່ບຸລິມະສິດແຖວໜ້າ. ແຕ່ລະໜ່ວຍກູ້ຊີບໄດ້ກູ້ເອົາປະຊາຊົນນັບຫຼາຍຮ້ອຍຄົນທີ່ຖືກຄ້າງໃນເຂດນໍ້າຖ້ວມ...

ຕອນເຊົ້າວັນທີ 20 ຕຸລາ, ທ່ານພັນເອກພິເສດ ເລວັນວີ້, ຫົວໜ້າການທະຫານກອງບັນຊາການທະຫານແຂວງກວ້າງບິ່ງ ໄດ້ລົງຊີ້ນໍາ, ກວດກາໂດຍກົງວຽກງານຮັບມືກັບໄພນໍ້າຖ້ວມຢູ່ບາງທ້ອງຖິ່ນໃນແຂວງທີ່ຖືກເສຍຫາຍຢ່າງໜັກໜ່ວງ. ທີ່ບັນດາສະຖານທີ່ລົງກວດກາ, ທ່ານພັນເອກພິເສດ ເລວັນວີ້ ໄດ້ໃສ່ໃຈພິເສດບັນດາທ້ອງຖິ່ນ, ກົມກອງບໍ່ໄດ້ປະໝາດ, ລະເຫຼີງຕໍ່ໜ້າສະພາບອາກາດຜັນແປທີ່ນັບມື້ນັບສັບສົນ; ພ້ອມທັງເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງບັນດາທ້ອງຖິ່ນ ຜັນຂະຫຍາຍມາດຕະການຮັບມືດ້ວຍລະດັບຄວາມສ່ຽງຈາກໄພພິບັດສູງສຸດ; ຍົກຍ້າຍປະຊາຊົນເຖິງສະຖານທີ່ປອດໄພ.

ກໍຕາມທ່ານພັນເອກພິເສດ ເລວັນວີ້, ນັບແຕ່ເມື່ອເກີດໄພນໍ້າຖ້ວມ, ກອງບັນຊາການທະຫານແຂວງກວ້າງບິ່ງ ຍາມໃດກໍຮັກສາໜ່ວຍປະຈໍາການກູ້ໄພກູ້ຊີບ, ອົງການ, ກົມກອງປະຈໍາການ 100%, ພ້ອມແລ້ວທີ່ຈະຮັບມືກັບຝົນຕົກນໍ້າຖ້ວມ ເມື່ອມີຄໍາສັ່ງ... ກອງບັນຊາການທະຫານແຂວງ ກໍໄດ້ຈັດຕັ້ງບັນດາຄະນະຜັນຂະຫຍາຍວຽກງານກູ້ໄພກູ້ຊີບແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ສຸມໃສ່ບັນດາບໍລິເວນຈຸດສຸມ. ພ້ອມທັງ, ຊີ້ນໍາກອງບັນຊາການທະຫານບັນດາເມືອງ, ນະຄອນ, ເທດສະບານແຂວງ ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງບັນດາທ້ອງຖິ່ນ ລະດົມທະຫານລາດປ້ອງກັນຕົວເກືອບ 500 ຄົນຢູ່ກັບທີ່ຈັດຕັ້ງການຍົກຍ້າຍປະຊາຊົນເຖິງສະຖານທີ່ປອດໄພ. ອີກດ້ານໜຶ່ງ, ເພື່ອຮັບປະກັນດ້ານສະບຽງອາຫານ, ເຄື່ອງຂອງທີ່ຈໍາເປັນໃນວິວັດການກູ້ຊ່ວຍ, ຊ່ວຍເຫຼືອປະຊາຊົນ, ກອງບັນຊາການທະຫານແຂວງ ກໍໄດ້ຊີ້ນໍາຫ້ອງພະລາທິການ ນຳເອົາໝີ່ສໍາເລັດຮູບຈໍານວນ 1 ໂຕນ, ອາຫານແຫ້ງ 500 ກິໂລກຣາມ, ນໍ້າດື່ມບໍລິສຸດ 300 ແກັດ ຈາກສາງມາໜູນຊ່ວຍປະຊາຊົນ 2 ເມືອງກວ້າງນິງ ແລະເລ້ຖຸຍ.

ໂດຍ: ໄຊຊະນະ