leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ຫວູຢູງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ ກອງທັບໄດ້ມານະພະຍາຍາມຊອກຫາຜູ້ຫາຍສາບສູນຢູ່ເຂດເຂື່ອນໄຟຟ້ານໍ້າຕົກ ຣ່າວຈັງ 3. ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ “ກອງທັບ ຈະສຸມໃສ່ທຸກກໍາລັງ, ພາຫະນະເພື່ອກຽມພ້ອມກູ້ໄພກູ້ຊີບ. ພິເສດແມ່ນກະກຽມຢຸກຢາ, ອາຫານແຫ້ງ, ໝີ່ສຳເລັດຮູບ... ເພື່ອປະຕິບັດໜ້າທີ່ຕ້ານໄພນໍ້າຖ້ວມ, ກູ້ຊ່ວຍປະຊາຊົນ”.

ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດ ສະເໜີວ່າຄວນໜູນຊ່ວຍແຂວງທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນຝົນຕົກນໍ້າຖ້ວມແຂວງລະ 100 ຕື້ດົ່ງ. ພິເສດ, ຄວນມີແຜນການບໍລິຫານງານ, ຮັບປະກັນຄວາມປອດໄພໃຫ້ແກ່ອ່າງເກັບນ້ຳເຂື່ອນໄຟຟ້າ. ທ່ານ ຕ້າແອັງຕວ໊ນ, ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ, ກະຊວງການເງິນ ໄດ້ສັ່ງເບີກຈ່າຍເຂົ້າສານຈຳນວນ 4.000 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນຖືກຜົນກະທົບຈາກໄພພິບັດ​ທາງທໍາມະຊາດຢູ່ບັນດາແຂວງພາກກາງ...

leftcenterrightdel
ທ່ານພົນໂທ ຟານວັນຢາງ ລາຍງານທີ່ກອງປະຊຸມ. ພາບ: ຫວູຢູງ.

ສະຫຼຸບກອງປະຊຸມ, ທ່ານ ຫງວຽນຊວນຟຸກ ໄດ້ແບ່ງປັນຕໍ່ຄວາມເສຍຫາຍ, ການເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນຢູ່ພາກກາງ, ພິເສດແມ່ນບັນດາຄອບຄົວທີີ່ມີຜູ້ປະສົບເຄາະຮ້າຍ, ພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່. ທ່ານ ຫງວຽນຊວນຟຸກ ຕີລາຄາສູງຕໍ່ການເຂົ້າຮ່ວມຂອງກໍາລັງຕ່າງໆຈາກສູນກາງຈົນຮອດທ້ອງຖິ່ນໃນການປ້ອງກັນ, ຕ້ານ ແລະແກ້ໄຂໄພພິບັດທາງທໍາມະຊາດ, ເປັນຕົ້ນແມ່ນກໍາລັງກອງທັບ ແລະຂະແໜງການກ່ຽວຂ້ອງອື່ນໆ ຄື: ກະຊວງກະສິກໍາ ແລະພັດທະນາຊົນນະບົດ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ, ກະຊວງຄົມມະນາຄົມ ແລະຂົນສົ່ງ... ທີ່ບໍ່ຫວາດຫວັ່ນຕໍ່ອັນຕະລາຍເພື່ອກູ້ເອົາຊີວິດ ແລະຊັບສິນຂອງປະຊາຊົນ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ ກຽມພ້ອມຮັບມືໃຫ້ຫຼາຍກວ່າອີກ, ບົນຈິດໃຈບໍ່ປະໃຫ້ປະຊາຊົນຕົກຢູ່ໃນສະພາບທຸກຍາກຂາດເຂີນ, ພ້ອມທັງຕັ້ງໜ້າຊີ້ນໍາການກູ້ໄພກູ້ຊີບແຕ່ຕ້ອງຮັບປະກັນຄວາມປອດໄພຢ່າງເດັດຂາດ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ກະກຽມຢຸກຢາສໍາຮອງ, ແນະນໍາປະຊາຊົນຮັບປະກັນສຸຂະອະນາໄມພາຍຫຼັງໄພນໍ້າຖ້ວມ; ພ້ອມທັງຮຽກຮ້ອງໃຫ້ກະຊວງການເງິນ ເບີກຈ່າຍເຂົ້າສານຢ່າງທັນການ ແລະແຈກຢາຍໃຫ້ຖືກກັບເປົ້າໝາຍ.

ໂດຍ: ທູຈາງ