leftcenterrightdel
ບັນດາຜູ້ແທນປະຕິບັດພິທີລົງມືກໍ່ສ້າງທາງເຊື່ອມຕໍ່ແຂວງບີ່ງເຟືອກກັບກໍາປູເຈຍ. ພາບ: baobinhphuoc.com.vn.

ໂຄງການດັ່ງກ່າວມີລວງຍາວ 12,5 ກິໂລແມັດ, ດ້ວຍຄວາມໄວອອກແບບແມ່ນ 80 ກິໂລແມັດ/ຊົ່ວໂມງ, ໜ້າທາງ ແລະຟຸດບາດຕອນຈາກທາງສາມແຍກລົກເຕິ໊ນໄປຫາເຂດເສດຖະກິດດ່ານຊາຍແດນສາກົນຮວາລື ແມ່ນກວ້າງ 24 ແມັດ, ຕອນຢູ່ໃນເຂດເສດຖະກິດດ່ານຊາຍແດນສາກົນຮວາລືກວ້າງ 48 ແມັດ. ຄາດຄະເນວ່າໂຄງການຈະສໍາເລັດໃນຕົ້ນປີ 2022, ແນໃສ່ເພີ່ມການ ເຊື່ອມຕໍ່ການແລກປ່ຽນການຄ້າລະຫວ່າງກໍາປູເຈຍ ແລະບັນດາທ້ອງຖິ່ນຢູ່ເຂດຈຸດສຸມເສດຖະກິດທາງພາກໃຕ້ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ