leftcenterrightdel
ການວິໄຈຫາເຊື້ອໄວຣັດ SARS - CoV - 2 . ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ນັບແຕ່່ເວລາ 18 ໂມງ ຂອງວັນທີ 20 ກັນຍາ ຫາເວລາ 6 ໂມງເຊົ້າ ຂອງວັນທີ 21 ກັນຍາ, ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ. ໄລ່ຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 1.068 ຄົນ. ໃນນັ້ນມີຜູ້ຕິດເຊື້ອ 942 ຄົນ ໃນຈໍານວນ 1068 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. ເປັນອັນວ່າຍັງເຫຼືອພຽງ 126 ຄົນພວມສືບຕໍ່ປິ່ນປົວຢູ່ຮາກຖານສາທາລະນະສຸກແຫ່ງຕ່າງໆ ແລະມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວທັງໝົດ 35 ຄົນ.

ແຫຼ່ງຄັດຈາກ: vovworld.vn