Viettel Lab ແມ່ນໜຶ່ງລະບົບ 4G LTE ທີ່ສົມບູນແບບອະນຸຍາດສະໜອງບັນດາການບໍລິການພື້ນຖານຂອງເຄືອຂ່າຍໂທລະຄົມມະນາຄົມໂທລະສັບມືຖື ຮຸ່ນທີ 4 ຢ່າງສົມບູນ. ນີ້ແມ່ນຫ້ອງທົດລອງເຄືອຂ່າຍ 4G LTE ທີ່ສົມບູນແບບທໍາອິດ ແລະໜຶ່ງດຽວຢູ່ຫວຽດນາມ ທີ່ປະກອບໃຫ້ມະຫາວິທະຍາໄລເພື່ອຮັບໃຊ້ໃຫ້ແກ່ວຽກງານຄົ້ນຄວ້າ, ສິດສອນ. ບັນດາອຸປະກອນປະກອບຢູ່ຫ້ອງ Lab ນີ້ໂດຍແມ່ນ Viettel ເປັນຜູ້ຄົ້ນຄວ້າ, ພັດທະນາ ແລະເປັນເຈົ້າຂອງ. ມູນຄ່າເງິນລົງທຶນຫ້ອງ Lab ແມ່ນ 8,5 ຕື້ດົ່ງ.

leftcenterrightdel
ທ່ານ ຫງວຽນແມ້ງຮຸ່ງ ແລະບັນດາຜູ້ແທນຕັດແຖບຜ້າເປີດສະຫຼອງຫ້ອງ Lab. ພາບ: ກວີ່ງເຢືອງ.

ຕາມທ່ານ ຫງວຽນແມ້ງຮຸ່ງ ແລ້ວ, ໃນໄລຍະຈະມາເຖິງ, Viettel ກໍ່ຄືບັນດາວິສາຫະກິດໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານຢູ່ຫວຽດນາມ ຈະເອົາໃຈໃສ່ເຖິງການເຂົ້າຮ່ວມລົງທຶນອຸປະກອນຮັບໃຊ້ໃຫ້ແກ່ການຄົ້ນຄວ້າ, ສິດສອນຢູ່ບັນດາມະຫາວິທະຍາໄລ, ຮາກຖານກໍ່ສ້າງກ່ຽວກັບໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານໃຫ້ຫຼາຍກວ່າອີກ. ນັ້ນແມ່ນການເຄື່ອນໄຫວທີ່ແທດຈິງເພື່ອຮັບໃຊ້ໃຫ້ແກ່ການຍົກສູງຄຸນນະພາບຊັບພະຍາກອນມະນຸດຂອງຂະແໜງໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຕອບສະໜອງຄວາມຕ້ອງການຂອງວິສາຫະກິດ ກໍ່ຄືຂອງປະເທດຊາດ.

ໂດຍ: ຈາງຫງວຽນ