ຕາມການສະຖິຕິເບື້ອງຕົ້ນ, ຢູ່ຕາແສງນາງອຍ ຝົນຕົກໜັກເກີດນໍ້າແກ່ງນ້ຳນອງໄດ້ພັດເອົາຂົວເຂົ້າບ້ານຫວ່ຍທູມໄປ, ເຮັດໃຫ້ບ້ານແຫ່ງນີ້ຖືກຕັດຂາດກັບພາຍນອກ. ບາງເສັ້ນທາງລະຫວ່າງບ້ານຕໍ່ບ້ານກໍ່ຖືກດິນເຈື່ອນ, ເຮັດໃຫ້ການຄົມມະນາຄົມຕິດຂັດ. ຝົນຕົກນໍ້າແກ່ງກໍ່ໄດ້ເຮັດໃຫ້ເຄື່ອງຈັກຢູ່ເຂື່ອນໄຟຟ້ານ້ຳຕົກນ້ອຍຂອງທ້ອງຖິ່ນເປ່ເພ 24 ໜ່ວຍ.

leftcenterrightdel
ຝົນຕົກນໍ້າແກ່ງເຮັດໃຫ້ດິນເຈື່ອນ, ການຄົມມະນາຄົມຕິດຂັດຢູ່ຕາມເສັ້ນທາງລະຫວ່າງບ້ານຕໍ່ບ້ານຢູ່ບັນດາຕາແສງຂຶ້ນກັບເມືອງຊາຍແດນກີ່ເຊີນ. ພາບ: ເຟືອງລິງ.
leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນນາງອຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ຊ່ວຍປະຊາຊາຊົນຂ້າມຜ່ານບ່ອນດິນເຈື່ອນ. ພາບ: ເຟືອງລິງ.

ປະຈຸບັນ, ຄ້າຍທະຫານຊາຍແດນນາງອຍ ແລະມີ້ລີ (ກອງບັນຊາການທະຫານຊາຍແດນແຂວງເງະອານ) ໄດ້ຈັດສົ່ງກໍາລັງໄປສົມທົບກັບທ້ອງຖິ່ນເພື່ອແກ້ໄຂບັນດາເສັ້ນທາງຖືກດິນເຈື່ອນ, ຮັບປະກັນການຄົມມະນາຄົມໃນບໍລິເວນໂດຍໄວ.

ໂດຍ: ຈາງຫງວຽນ