leftcenterrightdel
ຜູ້ຕາງໜ້າບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບບັນຫາກໍາລັງຮັກສາສັນຕິພາບ, ໃນວັນທີ 14 ກັນຍາ 2020. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດີ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນວ່າ ຕ້ອງແກ້ໄຂຮອບດ້ານບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງ ແລະສິ່ງແວດລ້ອມຊຸດໂຊມ.

ທ່ານ ດັ້ງດີ່ງກຸ໊ຍ ຮຽກຮ້ອງເພີ່ມທະວີການປະຕິບັດກົດໝາຍວ່າດ້ວຍມະນຸດສະທຳ, ລວມມີພັນທະທີ່ກ່ຽວຂ້ອງເຖິງການປົກປັກຮັກສາສິ່ງແວດລ້ອມ; ເພີ່ມທະວີການຮ່ວມມືກັບສາກົນ; ເອົາໃຈໃສ່ໜູນຊ່ວຍບັນດາປະເທດປະທະກັນ, ຫຼັງການປະທະກັນ, ບັນດາປະເທດດ້ອຍພັດທະນາ, ບັນດາປະເທດເກາະນ້ອຍພວມພັດທະນາ; ເພີ່ມທະວີຄວາມສາມາດຮັບມືຂອງປະຊາຊົນຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ເຈິ່ນຮວ່ຽນ