ຕີລາຄາກ່ຽວກັບກອງປະຊຸມ AMM 53, ບັນດານັກຊ່ຽວຊານຢູ່ໄທ ແລະພາກພື້ນ ລ້ວນແຕ່ຖືວ່າກອງປະຊຸມໄດ້ກວມລວມເອົາບັນດາຫົວຂໍ້ທີ່ສໍາຄັນ, ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບກົນໄກຮ່ວມມືທີ່ຕັ້ງໜ້າຂອງພາກພື້ນໃນສະພາບພະຍາດໂຄວິດ-19 ແລະຊຸກຍູ້ການສ້າງແຜນການສັງລວມໃຫ້ວິວັດການຟື້ນຟູຂອງອາຊຽນ ພາຍຫຼັງພະຍາດໂຄວິດ-19.

leftcenterrightdel
ທ່ານ ປອ Balaz Szanto ສັງກັດພາກວິຊາການພົວພັນສາກົນ, ມະຫາວິທະຍາໄລ Webster ໄທ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ ປອ Balaz Szanto ສັງກັດພາກວິຊາການພົວພັນສາກົນ, ມະຫາວິທະຍາໄລ Webster ໄທ ແລ້ວ, ຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020, ໄດ້ນໍາພາອາຊຽນໃຫ້ບຸລິມະສິດແຖວໜ້າຖືກຕ້ອງກັບການຮັບມືກັບພະຍາດໂຄວິດ-19. ນອກຈາກການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລ້ວ, ອາຊຽນ ໂດຍຫວຽດນາມ ນໍາພາຍັງໄດ້ເອົາໃຈໃສ່ຕໍ່ການຮ່ວມມືພັດທະນາເສດຖະກິດ-ການຄ້າ. ກ່ຽວກັບຄວາມໝັ້ນຄົງ, ທ່ານ ປອ Balaz Szanto ຕີລາຄາວ່າ ຫວຽດນາມ ກໍາລັງຮັກສາບົດບາດສໍາຄັນທີ່ສຸດດ້ວຍຖານະແມ່ນໜຶ່ງໃນບັນດາຝ່າຍທີ່ອອກຖະແຫຼ່ງອະທິປະໄຕຢູ່ທະເລຕາເວັນອອກ. ຜ່ານການດໍາລົງບົດບາດນໍາພາອາຊຽນ, ຫວຽດນາມ ມີເງື່ອນໄຂຊຸກຍູ້ການສ້າງສຽງເວົ້າລວມຢ່າງແຮງກວ່າ, ເຊິ່ງເປັນສິ່ງທີ່ກຸ່ມນີ້ບໍ່ມີໃນຊຸມປີຜ່ານມາ.

ໂດຍ: ເກື່ອງດັ້ງ