ທ່ານນາງ Ursula von der Leyen ປະທານຄະນະກໍາມະການເອີລົບ ຖືວ່າໃນປະຈຸບັນພື້ນຖານເສດຖະກິດເອີລົບຕ້ອງການມີທຸກໂອກາດເພື່ອຟື້ນຟູກໍາລັງແຮງພາຍຫຼັງວິກິດການຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ. ຕາມທ່ານນາງແລ້ວ, ບັນດາສັນຍາການຄ້າຄື ສັນຍາ EVFTA ໄດ້ສ້າງກາລະໂອກາດໃຫ້ແກ່ບໍລິສັດເອີລົບສໍາຜັດກັບບັນດາຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນ ແລະສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນເອີລົບ. ທ່ານນາງ  Ursula von der Leyen ເຊື່ອໝັ້ນວ່າ “ສັນຍານີ້ຈະກາຍເປັນໂອກາດເພື່ືອໃຫ້ປະຊາຊົນຫວຽດນາມ ສ້າງພື້ນຖານເສດຖະກິດທີ່ຈະເລີນຮັ່ງມີກວ່າ”.

leftcenterrightdel
ທ່ານນາງ Ursula von der Leyen ປະທານຄະນະກໍາມະການເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Phil Hogan ກໍາມະການການຄ້າອີຢູ ໄດ້ວິຈານວ່າ ໃນປະຈຸບັນຫວຽດນາມ ແມ່ນພາກສ່ວນໜຶ່ງຂອງ “ສະໂມສອນ” ລວມມີ 77 ປະເທດທີ່ມີການພົວພັນດ້ານການຄ້າກັບອີຢູ ຕາມບັນດາເງື່ອນໄຂບຸລິມະສິດສອງຝ່າຍ. EVFTA ຊ່ວຍເພີ່ມທະວີການເຊື່ອມຕໍ່ເສດຖະກິດຂອງອີຢູ ກັບພາກພື້ນທີ່ຂະຫຍັນຂັນເຄື່ອນຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດທີ່ສໍາຄັນໃນການປະກອບສ່ວນໃຫ້ການຟື້ນຟູເສດຖະກິດພາຍຫຼັງວິກິດການຍ້ອນພະຍາດໂຄວິດ-19.

ໂດຍ: ເກື່ອງດັ້ງ