leftcenterrightdel
ພາບປະກອບຄັດຈາກ: baodansinh.vn.

ປະຈຸບັນ, ບັນດາບົດຂຽນຂອງສື່ມວນຊົນສາກົນຕົ້ນຕໍແມ່ນສຸມໃສ່ໄຈ້ແຍກບັນດາຄວາມມານະພະຍາຍາມເຊິ່ງຫວຽດນາມ ພວມປະຕິບັດເພື່ອຟື້ນຟູ ແລະພັດທະນາເສດຖະກິດ. ຕາມ CNBC ແລ້ວ, ລາຍຮັບການຂາຍຍ່ອຍ, ນຳເຂົ້າ ແລະຜະລິດອຸດສາຫະກຳໄດ້ເພີ່ມຂຶ້ນໃນເດືອນມິຖຸນາຜ່ານມາ, ເຮັດໃຫ້ພື້ນຖານເສດຖະກິດຫວຽດນາມ ກັບຄືນມາຈະເລີນເຕີບໂຕກວ່າ ເມື່ອທຽບໃສ່ພື້ນຖານເສດຖະກິດໃນພາກພື້ນ. ໃນບົດຂຽນຫຼ້າສຸດ, ເວັບໄຊ Microsoft Asia News Center ໄດ້ຂຽນກ່ຽວກັບບາດກ້າວກະໂດດຂັ້ນໃນການຫັນປ່ຽນດີຈີຕອນຂອງຫວຽດນາມ, ຕິດພັນກັບການຮັບປະກັນຄວາມສາມາດໃຫ້ແກ່ນັກສຶກສາ ແລະນັກຮຽນນັບຫຼາຍລ້ານຄົນ ສາມາດຮໍ່າຮຽນທາງໄກໄດ້. ໃນຂະນະນັ້ນ, ສໍານັກງານຄົ້ນຄວ້າ Fitch Ratings ໄດ້ຕີລາຄາວ່າ, ຫວຽດນາມ ໂດດເດັ່ນໃນບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນກ່ຽວກັບລັກສະນະຍືນຍົງຂອງເສດຖະກິດ ແລະຜົນສໍາເລັດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ເຈິ່ນຮວ່ຽນ