ນີ້ແມ່ນຂໍ້ສັງເກດຂອງທ່ານ Edward Teather ນັກຊ່ຽວຊານເສດຖະສາດອາຊຽນ, ນັກຄົ້ນຄວ້າເສດຖະກິດແຖວໜ້າຂອງອົງການຄົ້ນຄວ້າເສດຖະກິດນາໆຊາດ UBS.

leftcenterrightdel
ພາບປະກອບຄັດຈາກ: Reutes.

ຕາມບັນດານັກຊ່ຽວຊານດັ່ງກ່າວແລ້ວ, ເຖິງວ່າ ຫວຽດນາມ ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກຜົນກະທົບຂອງພະຍາດໂຄວິດ-19 ກໍ່ຕາມ, ແຕ່ແງ່ຫວັງຂອງຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນພົ້ນເດັ່ນທີ່ສຸດໃນພາກພື້ນ. ລະອຽດແມ່ນລາຍຮັບການຂາຍຍ່ອຍ, ນຳເຂົ້າ ແລະຜະລິດອຸດສາຫະກຳລ້ວນແຕ່ເພີ່ມຂຶ້ນໃນເດືອນມິຖຸນາ 2020 - ນີ້ແມ່ນຈຸດພົ້ນເດັ່ນກວ່າເມື່ອທຽບໃສ່ພື້ນຖານເສດຖະກິດເກືອບທັງໝົດໃນພາກພື້ນ.

ຄຽງຂ້າງນັ້ນ, ຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ໃນໄຕມາດ II ປີ 2020 ຄາດຄະເນວ່າສືບຕໍ່ເຕີບໂຕ, ປະມານ 0,36% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ໃນຂະນະທີ່ GDP ຂອງຫຼາຍພື້ນຖານເສດຖະກິດອື່ນຖືກຫຼຸດລົງຢ່າງແຮງໃນໄຕມາດນີ້. ນອກຈາກນັ້ນ,  ຫວຽດນາມ ຍັງມີທ່າໄດ້ປຽບກ່ຽວກັບການສົ່ງອອກໃນອະນາຄົດ, ກາຍເປັນສະຖານທີ່ດຶງດູດບັນດາບໍລິສັດນາໆຊາດ, ດຶງດູດການລົງທຶນຈາກຕ່າງປະເທດ (FDI). ທ່ານ Edward Teather ຖືວ່າ ເລື່ອງຫວຽດນາມ ຮັບມືກັບພະຍາດໂຄວິດ-19 ປະສົບຜົນສໍາເລັດນັ້ນເປັນການຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ.

ໂດຍ: ເຈິ່ນຮວ່ຽນ