leftcenterrightdel
ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ  ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: qdnd.vn.

ທີ່ກອງປະຊຸມສໍາມະນາ, ຝ່າຍຫວຽດນາມ ມີການເຂົ້າຮ່ວມຂອງທ່ານ  ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ, ທ່ານ Nicolas Warnery ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ຫວຽດນາມ; ຜູ້ຕາງໜ້າອົງການຕາງໜ້າການຄ້າ ແລະການລົງທຶນຝຣັ່ງ ປະຈໍາ ຫວຽດນາມ ແລະບັນດາພາກສ່ວນທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ.  ຝ່າຍຝຣັ່ງມີການເຂົ້າຮ່ວມຂອງການນໍາກະຊວງເອີລົບ ແລະການຕ່າງປະເທດຝຣັ່ງ; ປະທານອົງການຕາງໜ້າການຄ້າ ແລະການລົງທຶນຝຣັ່ງ. ນອກຈາກນີ້, ຍັງມີການເຂົ້າຮ່ວມຂອງ 400 ກວ່າວິສາຫະກິດຫຼັກແຫຼ່ງຂອງຝຣັ່ງ ແລະວິສາຫະກິດຂອງຫວຽດນາມ ກວ່າ 100 ແຫ່ງ.

leftcenterrightdel
 
leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn.

ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ  ປາດຖະໜາຢາກສືບຕໍ່ພັດທະນາການຮ່ວມມືກັບບັນດາຄູ່ຮ່ວມມືຝຣັ່ງ ໃນບັນດາຂະແໜງທີ່ເຄີຍເປັນທ່າແຮງຂອງຝຣັ່ງ, ຄື: ພະລັງງານ (ພິເສດແມ່ນພະລັງງານສະອາດ, ພະລັງງານຜະລິດຄືນໃໝ່), ເຕັກໂນໂລຢີສູງ, ກະສິກໍາ, ການປຸງແຕ່ງ, ການປະດິດ... ພ້ອມທັງໃຫ້ຮູ້ວ່າ ຫວຽດນາມຈະສ້າງເງື່ອນໄຂສະດວກທີ່ສຸດກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ພື້ນຖານໂຄງລ່າງ, ບັນດາເຂດອຸດສາຫະກໍາແນໃສ່ສົ່ງເສີມບັນດາວິສາຫະກິດຝຣັ່ງ ມາຫວຽດນາມ ເພື່ອຮ່ວມມື, ລົງທຶນ, ໝູນໃຊ້ທ່າໄດ້ປຽບໂດຍ EVFTA ນໍາມາໃຫ້, ຜ່ານນັ້ນຊຸກຍູ້ການສົ່ງອອກ, ພິເສດແມ່ນຂະແໜງອຸດສາຫະກໍາສໍາຮອງ, ອຸດສາຫະກໍາປຸງແຕ່ງສະບຽງອາຫານ...

ທີ່ກອງປະຊຸມສໍາມະນາ, ບັນດາວິສາຫະກິດຝຣັ່ງ ລ້ວນແຕ່ສະແດງຄວາມປາດຖະໜາວ່າ ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວຜະລິດດໍາເນີນທຸລະກິດ ແລະບັນດາໂຄງການຂອງວິສາຫະກິດຝຣັ່ງ ຢູ່ ຫວຽດນາມ. ທ່າອ່ຽງລວມໃນປັດຈຸບັນຂອງບັນດາວິສາຫະກິດຝຣັ່ງ ແລະເອີລົບແມ່ນຮ່ວມສໍາພັນ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບບັນດາວິສາຫະກິດປະຈໍາຖິ່ນເພື່ອກໍ່ສ້າງລະບົບຜະລິດ, ສະໜອງໃໝ່, ໝູນໃຊ້ທ່າໄດ້ປຽບຂອງບັນດາສັນຍາ EVFTA ແລະ EVIPA ຢ່າງມີປະສິດທິຜົນ...

ໂດຍ: ໄຊຊະນະ