ຫວຽດນາມ ໄດ້ຜ່ານກວ່າ 2 ເດືອນທີ່ບໍ່ມີກໍລະນີຕິດພະຍາດໂຄວິດ-19 ໃນຊຸມຊົນ, ຜົນງານນີ້ຊ່ວຍໃຫ້ຫວຽດນາມ ໄດ້ຮັບການຕີລາຄາແມ່ນໜຶ່ງໃນຈໍານວນປະເທດປະສົບຜົນສໍາເລັດໃນການຄວບຄຸມພະຍາດໂຄວິດ-19 ແລະແມ່ນໜຶ່ງໃນບັນດາປະເທດທໍາອິດເປີດປະຕູພື້ນຖານເສດຖະກິດ. ນີ້ແມ່ນຂໍ້ສັງເກດຂອງບົດຂຽນລົງໃນເວັບໄຊ mckinsey.com (ອາເມລິກາ) ຫວ່າງແລ້ວນີ້ກ່ຽວກັບຄວາມສາມາດຟື້ນຟູເສດຖະກິດຂອງຫວຽດນາມ ພາຍຫຼັງປະສົບຜົນສໍາເລັດໃນການຄວບຄຸມພະຍາດໂຄວິດ-19.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ພັດທະນາເສດຖະກິດດີກວ່າຫຼາຍປະເທດ, ເຖິງວ່າຍັງບໍ່ທັນຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກ. ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທໍາອິດບັນລຸລະດັບຕໍ່າທີ່ສຸດນັບແຕ່ປີ 2010 ແຕ່ແມ່ນລະດັບຕັ້ງໜ້າ 3,8%. ບົດຂຽນໃຫ້ຂໍ້ສັງເກດວ່າ ປີນີ້ຈະສືບຕໍ່ແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ, ແຕ່ຫວຽດນາມ ອາດຈະຫວັງວ່າການເຕີບໂຕໃນປີຕໍ່ໜ້າຈະແຮງຄືຊຸມປີມໍ່ໆມານີ້ ແລະອາດຈະແມ່ນສະຖານທີ່ສ້າງຄວາມດຶງດູດເມື່ອພື້ນຖານເສດຖະກິດທົ່ວໂລກເລີ່ມຟື້ນຟູ. ຖ້າຫາກ ຫວຽດນາມ ສາມາດຮັກສາຜົນງານໃນການຄວບຄຸມພະຍາດໂຄວິດ-19 ເປັນຢ່າງດີ; ພ້ອມທັງສ້າງການປ່ຽນແປງໂຄງປະກອບທີ່ເໝາະສົມເພື່ອຊຸກຍູ້ການເຕີບໂຕໃນທົດສະວັດຈະມາເຖິງ, ມັນບໍ່ພຽງແຕ່ສາມາດຮັກສາຖານະບົດບາດເສດຖະກິດຄືໄລຍະກ່ອນທີ່ເກີດພະຍາດໂຄວິດ-19 ເທົ່ານັ້ນ ຫາກຍັງສ້າງກໍາລັງໜູນໃຫ້ແກ່ການເຕີບໂຕໃໝ່ອີກດ້ວຍ.

ໂດຍ: ເຈິ່ນຮວ່ຽນ