leftcenterrightdel
ພິທີມອບລາງວັນວິທະຍາສາດເຕັກໂນໂລຢີຊາວໜຸ່ມ Golden Globe. ພາບ: thanhnienviet.vn.

ຜູ້ມີຄວາມເກັ່ງກ້າສາມາດໜຸ່ມ 10 ຄົນໄດ້ຮັບລາງວັນ Golden Globe ປີ 2019 ແມ່ນບັນດາບຸກຄົນທີ່ເປັນຫົວໜ້າຫົວຂໍ້ວິທະຍາສາດ ແລະເຕັກໂນໂລຢີລະດັບຊາດ, ມີຫົວຂໍ້ໝູນໃຊ້ຕົວຈິງ, ນຳມາເຊິ່ງປະສິດທິຜົນສູງ, ມີຫຼາຍກິດຈະການວິທະຍາສາດທີ່ມີຄຸນນະພາບສູງ, ມີຫຼາຍໃບປະກາດສະນີຍະບັດສິດຜູກຂາດປະດິດສ້າງ, ມາດຕະການແກ້ໄຂທີ່ມີປະສິດທິຜົນເຊິ່ງໄດ້ຮັບການຮັບຮອງ, ໄດ້ຮັບຫຼາຍລາງວັນ, ຫຼຽນກາທັງພາຍໃນປະເທດ ແລະສາກົນ.

ກໍ່ທີ່ພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບລາງວັນນັກຮຽນຍິງດີເດັ່ນໃນຂົງເຂດວິທະຍາສາດເຕັກໂນໂລຢີໃຫ້ນັກຮຽນຍິງດີເລີດທີ່ສຸດ 20 ຄົນໃນບັນດາຂົງເຂດ: ເຕັກໂນໂລຢີຂໍ້ມູນຂ່າວສານ, ໄຟຟ້າ, ເອເລັກໂຕນິກ ແລະກົນຈັກ.

ໂດຍ: ກວຽດເຕີມ