leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

NHK ຕີລາຄາວ່າ ໃນສະພາບການໂລກລະບາດໂຄວິດ-19 ພວມສືບຕໍ່ແຜ່ລະບາດຢ່າງກ້ວາງຂວາງໃນທົ່ວໂລກນັ້ນຫວຽດນາມ ໄດ້ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ ມີພຽງແຕ່ 324 ກໍລະນີຕິດເຊື້ອ ແລະບໍ່ມີກໍລະນີໃດເສຍຊີວິດ. NHK ຖືວ່າ: ບັນດາມາດຕະການແຍກຕົວຢ່າງຂ້ຽວຂາດຂອງລັດຖະບານຫວຽດນາມ ແມ່ນສາຍເຫດທີ່ນຳມາເຊິ່ງຜົນສຳເລັດດັ່ງກ່າວ.

NHK ກໍຄັດສະເໜີຄຳເວົ້າຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃນການຕອບສຳພາດ NHK ພ້ອມກັບບາງອົງການສື່ມວນຊົນສາກົນອື່ນໃນວັນທີ 21 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ການຄວບຄຸມໂລກລະບາດໂດຍໄວແມ່ນປະຖົມປັດໄຈເພື່ອໃຫ້ແຂກທ່ອງທ່ຽວສາກົນ ແລະບັນດານັກລົງທຶນສາກົນກັບຄືນຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງສະພາບແວດລ້ອມແຫ່ງການລົງທຶນສະດວກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດລົງທຶນເຂົ້າຫວຽດນາມ ຫລາຍກ່ວາອີກ.

ແຫຼ່ງຄັດຈາກ: ວິທະຍຸກະຈາຍສຽງຫວຽດນາມ