leftcenterrightdel
ພິທີເປີດສະຫຼອງຫໍວາງສະແດງເພີ່ມເຕີມ ແລະຫໍບູຊາຢູ່ເຂດປູຊະນີຍະສະຖານກີມລຽນ, ເມືອງນາມດ່ານ, ແຂວງເງະອານ. ພາບ: tuoitre.vn.

ກິດຈະກໍາເລີ່ມກໍ່ສ້າງໃນເດືອນກໍລະກົດປີ 2019 ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈິມີນ ແລະສໍາເລັດໃນເດືອນພຶດສະພາປີ 2020 ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງລຸງໂຮ່. ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍດ້ານການເມືອງ, ປະຫວັດສາດ ແລະມະນຸດຊາດຢ່າງເລິກເຊິ່ງ, ສະແດງຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ” ຂອງປະເທດເຮົາ; ສະແດງຄວາມເຄົາລົບນັບຖື ແລະອາລົມຈິດອັນເລິກເຊິ່ງຂອງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ຕໍ່ກັບລຸງໂຮ່.

ໂດຍ: ຈາງຫງວຽນ