ນີ້ແມ່ນເນື້ອໃນແຈ້ງການຄັ້ງທີ 4 ຫວ່າງແລ້ວນີ້ຂອງສະຖານທູດຫວຽດນາມ ປະຈໍາ ລາວ ຕໍ່ໜ້າສະພາບການພົນລະເມືອງຫຼາຍຄົນບໍ່ສາມາດອອກເມືອງໄດ້ຍ້ອນຂາດລະບຽບການຕ່າງໆ.

leftcenterrightdel
ພົນລະເມືອງຫວຽດນາມ ສືບຕໍ່ອອກເມືອງລາວ ກັບເມືອປະເທດຜ່ານດ່ານຊາຍແດນສາກົນເກົ່າແຈວ. ພາບ: vov.vn.

ຕາມນັ້ນແລ້ວ, ອີງໃສ່ຈົດໝາຍທາງການຂອງກະຊວງການຕ່າງປະເທດລາວ ທີ່ສົ່ງໃຫ້ສະຖານທູດຫວຽດນາມ ປະຈໍາ ລາວ, ພົນລະເມືອງຫວຽດນາມ ທີ່ພວມດໍາລົງຊີວິດ, ອອກແຮງງານ, ຮໍ່າຮຽນຢູ່ລາວ ໄດ້ຮັບການອະນຸຍາດອອກເມືອງລາວ ເພື່ອກັບເມືອຫວຽດນາມ ຜ່ານບັນດາດ່ານຊາຍແດນສາກົນດ້ວຍເງື່ອນໄຂຕ້ອງລົງທະບຽນຂໍກັບເມືອປະເທດຢູ່ສະຖານທູດ ແລະບັນດາສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ (ພາກເໜືອຂອງລາວ), ສະຫວັນນະເຂດ (ພາກກາງຂອງລາວ) ແລະຈໍາປາສັກ (ພາກໃຕ້ຂອງລາວ) ຕາມແບບຟອມໂດຍສະຖານທູດສະໜອງ.

ການອອກເມືອງຕ້ອງປະຕິບັດຕາມບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງລາວ ແລະຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ. ສະຖານທູດ ແລະບັນດາສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ລາວ ຈະສັງລວມບັນຊີລາຍຊື່ພົນລະເມືອງ, ໜັງສືຜ່ານແດນ, ເວລາ, ດ່ານຊາຍແດນທີ່ຂໍອອກເມືອງ... ແລະບັນດາຂໍ້ມູນຂ່າວສານຢ່າງລະອຽດອື່ນ, ແຈ້ງການໃຫ້ກະຊວງການຕ່າງປະເທດ ແລະບັນດາອົງການທີ່ກ່ຽວຂ້ອງຂອງລາວ ກ່ອນ 1 ວັນເພື່ອພິຈາລະນາສ້າງເງື່ອນໄຂສະດວກໃຫ້ຜູ້ມີຊື່ໃນບັນຊີລາຍຊື່ໄດ້ອອກເມືອງກັບເມືອຫວຽດນາມ ຜ່ານບັນດາດ່ານຊາຍແດນສາກົນ. ໝາກຜົນຈະໄດ້ເອົາລົງຢ່າງເປີດເຜີຍໃນເວັບໄຊຂອງສະຖານທູດ: https://vnembassy-vientiane.mofa.gov.vn.

ໂດຍ: ເຈິ່ນຮວ່ຽນ