leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ.

ໜັງສືພິມເສດຖະກິດລາຍວັນ Nihon Keizai ຂອງຍີ່ປຸ່ນ ສະບັບອອກວັນທີ 20 ພຶດສະພາ ລົງບົດຂຽນຕີລາຄາສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA), ເຊິ່ງຄາດຄະເນວ່າສະພາແຫ່ງຊາດຫວຽດນາມ ຈະຮັບຮອງເອົາໃນເດືອນພຶດສະພາ ນີ້ຈະນໍາມາເຊິ່ງຜົນປະໂຫຍດບໍ່ພຽງແຕ່ໃຫ້ບັນດາຝ່າຍເຂົ້າຮ່ວມການລົງນາມເທົ່ານັ້ນ, ຫາກຍັງໃຫ້ບັນດາວິສາຫະກິດປະເທດຕ່າງໆອີກດ້ວຍ.

ບົດຂຽນຊີ້ແຈ້ງວ່າ ຕາມ EVFTA ຫວຽດນາມ ແລະອີຢູ ຈະຍົກເລີກພາສີສົ່ງອອກ 99% ພາສີໃນ 10 ປີ. ສິ່ງນີ້ອາດຊ່ວຍເພີ່ມຈໍານວນສິນຄ້າສົ່ງອອກຂອງຫວຽດນາມ ເຂົ້າອີຢູ, ເຊິ່ງຫາກວມພຽງປະມານ 15% ຍອດວົງເງິນສົ່ງອອກຂອງຫວຽດນາມ. ບັນດາວິສາຫະກິດຍີ່ປຸ່ນ ທີ່ກໍາລັງເຄື່ອນໄຫວຢູ່ຫວຽດນາມ ຄາດຄະເນວ່າ ຈະຮັບຜົນປະໂຫຍດຈາກສັນຍາດັ່ງກ່າວ. ຢູ່ຫວຽດນາມ ມີຫຼາຍວິສາຫະກິດຍີ່ປຸ່ນ ຜະລິດເຄື່ອງປະກອບລົດໂອໂຕ ແລະເຄື່ອງຈັກເພື່ອສົ່ງອອກເອີລົບ, ສະນັ້ນ, EVFTA ກໍ່ຈະຊ່ວຍເຫຼືອບັນດາວິສາຫະກິດນີ້ເປີດກວ້າງການຜະລິດ ແລະເຂົ້າຕະຫຼາດ ເອີລົບ ຢ່າງງ່າຍດາຍກວ່າເກົ່າ.

ໃນສະພາບການພະຍາດໂຄວິດ-19 ກໍາລັງສົ່ງຜົນກະທົບເຖິງທຸກໆພື້ນຖານເສດຖະກິດໃນໂລກ, ຫວຽດນາມ ແມ່ນປະເທດທໍາອິດຢູ່ອາຊີຕາເວັນອອກສ່ຽງໃຕ້ຫັນບັນດາການເຄື່ອນໄຫວເສດຖະກິດເປັນປົກກະຕິໂດຍໄວຫຼັງໂຄວິດ-19, ຫວັງວ່າ EVFTA ຈະຊຸກຍູ້ການສົ່ງອອກຂອງຫວຽດນາມ ໃຫ້ເຕີບໂຕຄືນໃໝ່.

ໂດຍ: ຈາງຫງວຽນ