leftcenterrightdel
ສົ່ງພົນລະເມືອງຫວຽດນາມ 240 ຄົນ ຈາກມຽນມາ ກັບເມືອປະເທດ. ພາບ: vov.vn.

ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງກັບເມືອປະເທດ, ສະຖານທູດຫວຽດນາມ ປະຈໍາ ມຽນມາ ໄດ້ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງປະເທດປະຈໍາຖິ່ນ ເພື່ອໃຫ້ພົນລະເມືອງທີ່ຍ້າຍໄປຈາກເຂດອື່ນມາຍັງ Yangon ແຕ່ບໍ່ຕ້ອງແຍກປ່ຽວ, ເຮັດລະບຽບການຢ່າງງ່າຍດາຍ ແລະຈັດພະນັກງານສະຖານທູດມີໜ້າຢູ່ສະໜາມບິນ ເພື່ອຊ່ວຍເຫຼືອພົນລະເມືອງເຮັດລະບຽບການຂື້ນເຮືອບິນ.

ບົນພື້ນຖານຄວາມປາດຖະໜາຂອງພົນລະເມືອງ, ຄວາມສາມາດແຍກປ່ຽວຢູ່ບັນດາທ້ອງຖິ່ນພາຍໃນປະເທດ ແລະການຜັັນແປຂອງພະຍາດ. ກະຊວງການຕ່າງປະເທດ, ກະຊວງຄົມມະນາຄົມ ແລະຂົນສົ່ງ, ບັນດາອົງການທີ່ກ່ຽວຂ້ອງຢູ່ພາຍໃນປະເທດ ແລະບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ ແລະບັນດາບໍລິສັດການບິນຂອງຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດາຖ້ຽວການບິນການຄ້າເພື່ອສົ່ງພົນລະເມືອງກັບເມືອປະເທດຕາມການຊີ້ນໍາຂອງນາຍົກລັດຖະມົນຕີ.

ໂດຍ: ເກື່ອງດັ້ງ