ໂດຍສືບຕໍ່ບັນດາຖ້ຽວບິນສົ່ງພົນລະເມືອງຫວຽດນາມ ຈາກຕ່າງປະເທດກັບເມືອປະເທດ, ຄາດຄະເນວ່າໃນວັນທີ 1 ມິຖຸນາ ຈະມາເຖິງ, ຈະມີພົນລະເມືອງຫວຽດນາມ 343 ຄົນຈາກອົດສະຕາລີ ແລະນິວຊີແລນ ກັບເມືອປະເທດໃນເຮືອບິນຂອງບໍລິສັດການບິນແຫ່ງຊາດຫວຽດນາມ.

leftcenterrightdel
ພົນລະເມືອງຫວຽດນາມ ຢູ່ອົດສະຕາລີ   ພວມປາດຖະໜາຢາກກັບເມືອປະເທດໂດຍໄວ. ພາບ: vov.vn.

ມາຮອດຈຸດເວລານີ້, ຈໍານວນພົນລະເມືອງຫວຽດນາມ ຢູ່ ອົດສະຕາລີ   ລົງທະບຽນກັບເມືອປະເທດແມ່ນເກືອບ 1800 ຄົນ, ທົບຫຼາຍເທົ່າເມື່ອທຽບໃສ່ຄວາມສາມາດຂົນສົ່ງຂອງຖ້ຽວບິນ. ສະນັ້ນ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ອົດສະຕາລີ ໄດ້ພິຈາລະນາຢ່າງລະອຽດລະອໍຕາມບັນດາມາດຕະຖານບຸລິມະສິດຂອງລັດຖະບານທີ່ໄດ້ຍົກອອກໃນແຈ້ງການເລກທີ 1 ກໍ່ຄືສະພາບຄວາມຫຍຸ້ງຍາກພິເສດຂອງພົນລະເມືອງ.

ສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ, ພ້ອມກັບບັນດາກົງສູນໃຫຍ່ຫວຽດນາມ ປະຈໍາ Sydney ແລະPerth ຈະສືບຕໍ່ແຈ້ງໃຫ້ຮູ້ ແລະແນະນໍາຢ່າງ ລະອຽດໃຫ້ພົນລະເມືອງແຕ່ລະຄົນທີ່ໄດ້ຮັບອະນຸຍາດບິນຜ່ານອີເມວ.

ໂດຍ: ເຈິ່ນຮວ່ຽນ