ກອງປະຊຸມສຳມະນາດັ່ງກ່າວແນໃສ່ສ້າງເປັນຂົວຕໍ່ລະຫວ່າງປະຊາຄົມຊາວຫວຽດນາມ ອາໄສຢູ່ ອິນເດຍ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກັບບັນດາວິສາຫະກິດພາຍໃນປະເທດກ່ຽວກັບແງ່ຫວັງດ້ານການຄ້າກໍ່ຄືກາລະໂອກາດລົງທຶນດໍາເນີນທຸລະກິດຢູ່ອິນເດຍ.

leftcenterrightdel
ກອງປະຊຸມສຳມະນາທາງໄກດ້ວຍຫົວຂໍ້ “ສົ່ງເສີມການຄ້າຜ່ານປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນເດຍ ແລະເນປານ. ພາບ: baoquocte.vn.

ກ່າວຄໍາເຫັນທີ່ກອງປະຊຸມສຳມະນາ, ທ່ານ ເລຮວ່າງຕ່າຍ, ຮອງຫົວໜ້າກົມສົ່ງເສີມການຄ້າ (VIETRADE), ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ ອິນເດຍ ແມ່ນໜຶ່ງໃນບັນດາປະເທດທີ່ມີພົນລະເມືອງຫຼາຍທີ່ສຸດຢູ່ໂລກ. ຄວາມຕ້ອງການສິນຄ້າແມ່ນຫຼາຍຮູບຫຼາຍແບບ ແລະອຸດົມສົມບູນທີ່ສຸດ. ຍ້ອນແນວນັ້ນ, ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອສົ່ງອອກສິນຄ້າໄປຍັງຕະຫຼາດທີ່ມີພົນລະເມືອງເກືອບ 1,4 ຕື້ຄົນນີ້.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຫວັງວ່າດ້ວຍປະສົບການທີ່ມີຢູ່ແລ້ວພ້ອມກັບຄວາມເຂົ້າໃຈກ່ຽວກັບຕະຫຼາດຂອງປະເທດປະຈໍາຖິ່ນນັ້ນບັນດານັກທຸລະກິດ, ປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈະແມ່ນທ່າໄດ້ປຽບອັນໃຫຍ່ຫຼວງສໍາລັບບັນດາວິສາຫະກິດຫວຽດນາມ ເພື່ອສຳຜັດກັບຕະຫຼາດອິນເດຍ ແລະເນປານ ໄດ້ຢ່າງເໝາະສົມ ແລະມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ