leftcenterrightdel
ໜ້າຈໍເຂົ້າເວັບໄຊ http://vcnet.vn. ພາບ: congdoantttt.org.vn.

ໃນອາທິດເສັງທີໜຶ່ງ, ໄດ້ມີ 41.488 ຄົນເຂົ້າຮ່ວມການສອບເສັງດ້ວຍ 136.271 ເທື່ອຄົນ, ໃນນັ້ນມີ 14.835 ຄົນຕອບໄດ້ທັງ 10 ຄຳຖາມ. ຜູ້ເຂົ້າຮ່ວມການສອບເສັງຕົ້ນຕໍແມ່ນພະນັກງານ, ລັດຖະກອນຢູ່ບັນດາອົງການ, ຫົວໜ່ວຍ; ອາຈານ, ນັກຮຽນ, ນັກສຶກສາບັນດາໂຮງຮຽນ. ບັນດາແຂວງ, ນະຄອນທີ່ມີຈໍານວນຜູ້ເຂົ້າຮ່ວມການສອບເສັງຫຼາຍກວ່າໝູ່ໃນອາທິດທີໜຶ່ງ, ລວມມີ: ຮ່າຕີ໋ງ, ເລິມດົ່ງ, ກວ໋າງນີງ, ນະຄອນໂຮ່ຈີມິນ, ບີ່ງທ້ວນ, ລາວກາຍ, ດົ່ງທ໊າບ, ບີ່ງເຢືອງ, ເງະອານ, ຮ່າໂນ້ຍ. ລາງວັນທີ 1 ການສອງເສັງອາທິດທີໜຶ່ງແມ່ນຂອງນ້ອງ ເຈິ່ນຟອງບັ໊ກ (ໂຮງຮຽນປະຖົມສຶກສາ B ຮວ່າລາກ, ເມືອງຟູ໊ເຕິນ, ແຂວງອານຢາງ).

ໂດຍ: ຄໍາແພງ