ຕີລາຄາສູງເລື່ອງສູນກາງຄະນະຊາວໜຸ່ມໄດ້ປຸກລະດົມບັນດາການເຄື່ອນໄຫວພ້ອມກັບທົ່ວປະເທດຮ່ວມແຮງຮ່ວມໃຈຕ້ານເຊື້ອພະຍາດ ໂຄວິດ-19 ໃນໄລຍະຜ່ານມາ, ທ່ານ ຫງວຽນຊວນຟຸກ ຖືວ່າໃນໄລຍະນີ້ແມ່ນໂອກາດເພື່ອໃຫ້ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສະແດງໃຫ້ເຫັນເຈດຈຳນົງ, ຈິດໃຈນຳໜ້າ, ຄວາມໃຝ່ຝັນບືນຕົວຂຶ້ນ, ບໍ່ພຽງແຕ່ໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດ ໂຄວິດ-19 ເທົ່ານັ້ນ ຫາກຍັງທັງທຸກດ້ານໃນຊີວິດດ້ານເສດຖະກິດສັງຄົມ, ພ້ອມທັງສະເໜີໃຫ້ລະດົມການເຂົ້າຮ່ວມຢ່າງແຮງຂອງສະມາຊິກຊາວໜຸ່ມ, ໄວໜຸ່ມໃນບັນດາການເຄື່ອນໄຫວປ້ອງກັນ, ຕ້ານເຊື້ອພະຍາດ ໂຄວິດ-19, ທະວີຄູນຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນ, ລະດົມແຫຼ່ງກຳລັງຢ່າງມີປະສິດທິຜົນ. ຄວນປະກາດໃຊ້ແຜນການຈັດຕັ້ງຮູບແບບຊາວໜຸ່ມ, ນັກສຶກສາອາສາສະໝັກປຸກລະດົມ, ແນະນຳ, ຊ່ວຍເຫຼືອປະຊາຊົນແຈ້ງອາການສຸຂະພາບດ້ວຍຄວາມສະໝັກໃຈ; ເສີມຂະຫຍາຍບັນດາຂໍ້ລິເລີ່ມຂອງສະມາຊິກຊາວໜຸ່ມ, ໄວໜຸ່ມ, ເປັນຕົ້ນແມ່ນຖັນແຖວປັນຍາຊົນ, ດ້ວຍບັນດາມາດຕະການເຕັກໂນໂລຢີໃໝ່, ເໝາະສົມ. ຄືແນວນັ້ນ, ບໍ່ພຽງແຕ່ມີຊາວໜຸ່ມ 6,3 ລ້ານຄົນທີ່ແຈ້ງອາການສຸຂະພາບດ້ວຍຄວາມສະໝັກໃຈດີທີ່ສຸດເທົ່ານັ້ນ ຫາກຍັງແນະນໍາໃຫ້ປະຊາຊົນແຈ້ງອາການສຸຂະພາບນຳຕື່ມອີກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ກັບຄະນະເລຂາສູນກາງຊາວໜຸ່ມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ແຜນນະໂຍບາຍຂອງລັດຖະບານແມ່ນສຸມໃສ່ແຍກກຸ່ມມີຄວາມສ່ຽງແຜ່ລະບາດອອກຈາກວົງຄະນະຍາດ, ຍາດແຍ່ງເອົາໄລຍະເວລາ “ຄໍາ”, ເພື່ອບໍ່ໃຫ້ພະຍາດແຜ່ລະບາດ. ສະນັ້ນ, ກໍາລັງຊາວໜຸ່ມຕ້ອງຕະລຸມບອນຢູ່ທ້ອງຖິ່ນ, ຢູ່ຕາມຄຸ້ມຖະໜົນ, ບ້ານ, ໂຮງຮຽນຕ່າງໆ... ກໍ່ທີ່ການເຮັດວຽກ, ທ່ານ ຫງວຽນຊວນຟຸກ ມອບໝາຍໃຫ້ບັນດາກະຊວງ, ຂະແໜງການສະເໜີບັນດາກົນໄກນະໂຍບາຍຢ່າງລະອຽດເພື່ອໜູນຊ່ວຍຊາວໜຸ່ມ.

ໂດຍ: ເຈິ່ນຮວ່ຽນ