ຫົວຂໍ້ປີນີ້ ເພື່ອແນໃສ່ສືບຕໍ່ເນັ້ນໜັກເຖິງການກະທົບຂອງສັງກາດດີຈີຕອນ; ສ້າງການພັດທະນາເສດຖະກິດຕິດພັນກັບການພັດທະນາສັງຄົມແບບຍືນຍົງ ແລະກວມລວມ. ຫົວຂໍ້ດັ່ງກ່າວຍັງສະແດງໃຫ້ເຫັນລັກສະນະນຳໜ້າຂອງປະຊາຄົມວິສາຫະກິດໃນທົດສະວັດໃໝ່, ນັ້ນແມ່ນການປ່ຽນແປງໃໝ່, ຫົວຄິດປະດິດສ້າງ, ມີຈິດໃຈຄວາມຮັບຜິດຊອບ ເພື່ອການພັດທະນາແບບຍືນຍົງຂອງພາກພື້ນ.

ປີນີ້, ASEAN BAC ຈະສຸມໃສ່ໜູນຊ່ວຍ ແລະກະກຽມໃຫ້ແກ່ບັນດາວິສາຫະກິດຂະໜາດໜ້ອຍ ແລະຈຸນລະ (MSMEs) - ແມ່ນກຳລັງໜູນການພັດທະນາເສດຖະກິດຕົ້ນຕໍຂອງບັນດາປະເທດອາຊຽນ ເພື່ອຊ່ວຍໃຫ້ເຂົາເຈົ້າກຽມພ້ອມຮັບມືຕໍ່ບັນດາກາລະໂອກາດ ແລະສິ່ງທ້າທາຍທີ່ມາຈາກສັງກາດດີຈີຕອນ; ກໍ່ຄືການປ່ຽນແປງຢ່າງວ່ອງໄວຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ເພື່ອພັດທະນາເຕີບໃຫຍ່ເຂັ້ມແຂງ ແລະຍືນຍົງກ່ວາ.

ແຫຼ່ງຄັດຈາກ: vovworld.vn