ຢູ່ອະນຸສອນສະຖານປະທານໂຮ່ຈີມິນ, ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ໃຜໆກໍ່ລ້ວນແຕ່ໃຫ້ຄຳໝັ້ນສັນຍາຕໍ່ປະທານໂຮ່ຈີມິນວ່າ ຈະພະຍາຍາມສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີສວຍງາມ ຄືດັ່ງຄວາມມຸ່ງມາດປາດຖະໜາຂອງເພິ່ນ.

leftcenterrightdel
ພາບປະກອບ: baonghean.vn

ທ່ານ ຫງວຽນບາວຕວັນ, ຜູ້ອຳນວຍການຄະນະຄຸ້ມຄອງເຂດປູສະນີຍະສະຖານກິມລຽນ ໃຫ້ຮູ້ວ່າ: ຄະນະຄຸ້ມຄອງເຂດປູສະນີຍະສະຖານກິມລຽນ ໄດ້ຈັດສົ່ງບັນດາພະນັກງານຮັບຜິດຊອບແຕ່ລະພາກສ່ວນ, ຜູ້ນຳທ່ຽວທັງໝົດເພື່ອຮັບປະກັນວຽກງານຕ້ອນຮັບບັນດາຄະນະມາຢ້ຽມຢາມເຂດປູສະນີຍະສະຖານກິມລຽນ ເປັນຢ່າງດີທີ່ສຸດ.

ແຫຼ່ງຄັດຈາກ: vovworld.vn