leftcenterrightdel
ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ຈັດງານພົບປະສັງສັນບຸນເຕັດປີຊວດ 2020. ພາບ: vov.vn.

ຕອນຄ່ຳວັນທີ 24 ມັງກອນ (ກົງກັບວັນທີ 30 ບຸນເຕັດຫວຽດນາມ), ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ຈັດງານພົບປະສັງສັນບຸນເຕັດປີຊວດ 2020. ທີ່ງານພົບປະ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຢິບ ເຈິ່ນແທັງກົງ ໄດ້ສົ່ງຄຳອວຍພອນຂອງການນຳພັກ, ລັດ ເຖິງທຸກຄົນໃນປະຊາຄົມຊາວຫວຽດນາມ ພວມອາໄສຢູ່ ອີຢິບ; ພ້ອມທັງຫວນຄືນບັນດາບາດກ້າວສຳຄັນໃນການພົວພັນລະຫວ່າງຫວຽດນາມ - ອີຢິບ ໃນປີ 2019. ທີ່ງານພົບປະ, ພໍ່ແມ່ປະຊາຄົມຊາວຫວຽດນາມ ແລະ ບັນດາແຂກຜູ້ຖືກເຊີນຍັງໄດ້ຮັບຊົມການຍິງບັ້ງໄຟດອກໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່; ຮັບຊົມບັນດາລາຍການສະແດງສິລະປະຕ້ອນຮັບລະດູບານໃໝ່ທີ່ເປັນເອກະລັກສະເພາະໂດຍພໍ່ແມ່ປະຊາຊົນອາໄສຢູ່ທີ່ນີ້ສະແດງ ແລະ ຮັບປະທານບັນດາເຍື່ອງອາຫານພິເສດຂອງຫວຽດນາມ ອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn