ຕອນເຊົ້າວັນທີ 24 ມັງກອນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ລົງຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ແກ່ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍ 103 ແລະສູນຟອກໝາກໄຂ່ຫຼັງເບັກມາຍ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ສະເໜີໂຮງໝໍຈົ່ງເອົາໃຈໃສ່ເບິ່ງແຍງດູແລຊີວິດຂອງຄົນເຈັບໃນຊຸມວັນບຸນເຕັດ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ລົງຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ແກ່ຄົນເຈັບ.

ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ເປັນປະທານການເຮັດວຽກກັບຄະນະຊີ້ນຳ ແລະປ້ອງກັນ ແລະຕ້ານໂລກລະບາດໃໝ່ທີ່ເປັນອັນຕະລາຍຢູ່ກະຊວງສາທາລະນະສຸກ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ຊີ້ນຳການຕ້ານໂລກລະບາດໃຫ້ມີປະສິດທິຜົນ ຂະນະທີ່ໄດ້ຮັບຮູ້ມີ 2 ກໍລະນີຕິດພະຍາດອັກເສບປອດມໍລະນະຍ້ອນເຊື້ອໄວຣັດສາຍພັນໃໝ່ ໂກໂຣນາ. ນັ້ນແມ່ນ 2 ພໍ່ລູກຊາວຈີນມາທ່ອງທ່ຽວຢູ່ຫວຽດນາມ. ປະຈຸບັນ ພວກເຂົາພວມປິ່ນປົວຢູ່ໂຮງໝໍເຈິໄຣ້, ນະຄອນໂຮ່ຈິມິນ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດ້ຊວນຕ້ວຽນ ໃຫ້ຮູ້ວ່າ:

“ກະຊວງສາທາລະນະສຸກໄດ້ຊີ້ນຳບັນດາຮາກຖານສາທາລະນະສຸກໃນທົ່ວປະເທດ, ຢູ່ຂົງເຂດໃດມີຄົນເຈັບ ຫຼືສົງໄສຕິດພະຍາດ ແມ່ນຕ້ອງລ້ອມເຂດ, ປິ່ນປົວ, ດັບມອດໂລກລະບາດໃນທັນທີ່. ພ້ອມກັນນັ້ນ, ທາງກະຊວງສາທາລະນະສຸກ ໄດ້ຊີ້ນຳຈັດແຈງບັນດາເຂດແຍກຢູ່ຕ່າງຫາກດ້ວຍບັນດາຂັ້ນຕອນຢ່າງຮັດກຸ່ມ ເພື່ອສະກັດກັ້ນການຕິດພະຍາດຈາກຄົນເຈັບສູ່ແພດໝໍ ”.

ແຫຼ່ງຄັດຈາກ: vovworld.vn