ປະກອບສ່ວນຫຼາຍທີ່ສຸດເຂົ້າໃນງົບປະມານຂອງລັດ

ນັກຂ່າວ: ຂໍຮຽນທ່ານ! ທ່ານໃຫ້ຮູ້ຜົນງານຕົ້ນຕໍກ່ຽວກັບການຜະລິດ, ດໍາເນີນທຸລະກິດຂອງ Viettel ປີ 2019?

ທ່ານພົນຈັດຕະວາ  ເລດັງຢູ້ງ:  ປີ 2019, Viettel ສືບຕໍ່ນອນໃນ top ວິສາຫະກິດມີລາຍຮັບ, ກໍາໄລສູງທີ່ສຸດ ແລະປະກອບສ່ວນຫຼາຍທີ່ສຸດເຂົ້າໃນງົບປະມານຂອງລັດ. ເປັນຄັ້ງທໍາອິດທີ່ Viettel - ຕົວແທນໜຶ່ງດຽວຂອງຫວຽດນາມ, ໜຶ່ງໃນ 8 ຕົວແທນຂອງອາຊຽນ ນອນໃນຕາຕະລາງຈັດອັນດັບດ້ວຍບັນດາເຄື່ອງໝາຍການຄ້າທີ່ມີຄຸນຄ່າທີ່ສຸດໃນໂລກ. ກໍ່ແມ່ນຄັ້ງທໍາອິດ, ທີ່ Viettel ມີການປະດິດສ້າງເຕັກໂນໂລຢີໄດ້ຮັບການປົກປ້ອງສິດຜູກຂາດຢູ່ສະຫະລັດອາເມລິກາ. ຫຼາຍອົງການຈັດຕັ້ງໃນໂລກໄດ້ເຊີດຊູບັນດາຜະລິດຕະພັນຂອງ Viettel, ພິເສດແມ່ນບັນດາຜະລິດຕະພັນໃນຂົງເຂດຫັນເປັນດີຈີຕອນ.

leftcenterrightdel
Viettel ນໍາໜ້າໃນການພັດທະນາເຄືອຂ່າຍ 5G ຢູ່ຫວຽດນາມ. ພາບ: ກວາງມິນ

Viettel ກໍ່ແມ່ນກໍາລັງນໍາໜ້າໃນຂົງເຂດຄວາມໝັ້ນຄົງທາງອິນເຕີເນັດ, ປະຈຸບັນພວມຮັບໜ້າທີ່ເຂົ້າຮ່ວມການປົກປັກຮັກສາອະທິປະໄຕດີຈີຕອນຂອງຊາດທາງອິນເຕີເນັດ, ປົກປັກຮັກສາບັນດາລະບົບສໍາຄັນຕົ້ນຕໍຂອງຊາດ. ໃນຂົງເຂດຄົ້ນຄວ້າຜະລິດໄດ້ປະດິດອຸປະກອນການທະຫານຫຼາຍປະເພດສຳເລັດ, ປະກອບສ່ວນຍົກສູງກຳລັງບົ່ມຊ້ອນດ້ານປ້ອງກັນຊາດ.

ມີກາລະໂອກາດໃໝ່ຕື່ມອີກເພື່ອພັດທະນາ

ນັກຂ່າວ: Viettel ກໍາລັງພັດທະນາ. ແຕ່ວ່າ, ການພັດທະນາຂອງ Viettel  ກໍາລັງຊັກຊ້າໄວ້. ຕາມທ່ານແລ້ວ, ສາເຫດຂອງປະກົດການນີ້ແມ່ນຫຍັງ?

ທ່ານພົນຈັດຕະວາ  ເລດັງຢູ້ງ: ປີ 2019, ນອກຈາກຂົງເຂດໂທລະຄົມມະນາຄົມ, Viettel ກໍ່ຂະຫຍາຍໃນຫຼາຍຂະແໜງອຸດສາຫະກໍາໃໝ່, ຄື: ຄວາມໝັ້ນຄົງທາງອິນເຕີເນັດ; ຄົ້ນຄວ້າຜະລິດອຸປະກອນເອເລັກໂຕນິກໂທລະຄົມມະນາຄົມ; ຄົ້ນຄວ້າ, ຜະລິດເຕັກໂນໂລຢີສູງ; ວິທີການແກ້ໄຂດີຈີຕອນ; ການເງິນດີຈີຕອນ; logistics. ບັນດາຂົງເຂດນີ້ກວມເອົາອັດຕາສ່ວນເຕີບໂຕນັບມື້ນັບສູງ. ໃນຊຸມປີຈະມາເຖິງ, ລາຍຮັບຈາກບັນດາຂົງເຂດນອກໂທລະຄົມມະນາຄົມສາມາດກວມ 30% ລາຍຮັບຂອງກຸ່ມບໍລິສັດ.

ນັກຂ່າວ: ການເຂົ້າຮ່ວມຂອງ Viettel ໃນຂົງເຂດອຸດສາຫະກໍາປ້ອງກັນຊາດໄດ້ປະກອບສ່ວນສ້າງການປ່ຽນແປງຄວາມສາມາດບົ່ມຊ້ອນຄົ້ນຄວ້າ, ພັດທະນາອາວຸດ, ອຸປະກອນການທະຫານຂອງກອງທັບປະຊາຊົນຫວຽດນາມຢ່າງຕັ້ງໜ້າ. ໃນຊຸມປີຕໍ່ໜ້າ, ການກໍານົດທິດຂອງ Viettel ໃນຂົງເຂດນີ້ແມ່ນແນວໃດ?

ທ່ານພົນຈັດຕະວາ  ເລດັງຢູ້ງ: ໜຶ່ງໃນບັນດາໜ້າທີ່ຈຸດສຸມເມື່ອລົງທຶນເຂົ້າໃນການຄົ້ນຄວ້າ, ພັດທະນາຜະລິດຕະພັນແມ່ນ Viettel ຕ້ອງຍົກລະດັບເຕັກໂນໂລຢີ, ນໍາໃຊ້ເຕັກໂນໂລຢີໃໝ່ຢ່າງຊໍານິຊໍານານ ແລະສະໜອງບັນດາອຸປະກອນດໍາເນີນທຸລະກິດໃນທົ່ວໂລກ. ຄຽງຂ້າງນ້ັນ, ການສົ່ງເສີມການຄ້າສາກົນກໍ່ຄວນໄດ້ຮັບການຍູ້ແຮງ ແລະນີ້ແມ່ນວຽກງານສໍາຄັນຂອງກຸ່ມຄົ້ນຄວ້າຜະລິດເພື່ອແນໃສ່ແນະນໍາຜະລິດຕະພັນ Viettel ເຖິງໂລກ, ພັດທະນາການດໍາເນີນທຸລະກິດ. ປະຈຸບັນ, Viettel ໄດ້ສຳຜັດກັບ 45 ປະເທດ, ໃນນັ້ນມີປະມານ 10 ປະເທດເອົາໃຈໃສ່ເຖິງຜະລິດຕະພັນຂອງ Viettel. ເຖິງຢ່າງໃດກໍ່ຕາມ, ໃນຂົງເຂດຄົ້ນຄວ້າ, ພັດທະນາຢູ່ຕ່າງປະເທດຍັງປະສົບຄວາມຫຍຸ້ງຍາກຫຼາຍ, ຈຳເປັນຕ້ອງມີກົນໄກນະໂຍບາຍທີ່ເໝາະສົມ.

ລາຍຮັບ, ກໍາໄລຈາກການລົງທຶນສາກົນເຕີບໂຕຢ່າງຕໍ່ເນື່ອງ

ນັກຂ່າວ: ໃນຊຸມປີຜ່ານມາ, ຂົງເຂດລົງທຶນອອກຕ່າງປະເທດນໍາມາໃຫ້ Viettel ຜົນງານຫຼາຍຢ່າງ, ແຕ່ປະຈຸບັນກໍາລັງປະສົບກັບສິ່ງກີດຂວາງຈໍານວນໜຶ່ງ. ທ່ານຕີລາຄາຄືແນວໃດກ່ຽວກັບໝາກຜົນການລົງທຶນອອກຕ່າງປະເທດຂອງ Viettel ໃນໄລຍະຜ່ານມາ? ແລະກໍານົດທິດໃນໄລຍະຈະມາເຖິງແມ່ນແນວໃດ?

ທ່ານພົນຈັດຕະວາ  ເລດັງຢູ້ງ: Viettel ຍາມໃດກໍ່ຊອກເຫັນໃນຄວາມຫຍຸ້ງຍາກມີກາລະໂອກາດ. ຄວາມຫຍຸ້ງຍາກໃນໄລຍະທີ່ Viettel ມີບັນດາຜົນງານຢ່າງແນ່ນອນ, ນັ້ນແມ່ນການຄຸ້ມຄອງບັນດາຕະຫຼາດດ້ວຍຂອບຂະໜາດນັບມື້ນັບໃຫຍ່ກວ່າ. ບັນດາຄູ່ແຂ່ງໄດ້ຮູ້ຄວາມສາມາດຂອງ Viettel ແລະນັບມື້ນັບມີຫຼາຍຍຸດທະສາດເພື່ອຮັບມືກັບ Viettel. ພ້ອມກັນນັ້ນ, ສະພາບເສດຖະກິດ-ການເມືອງຢູ່ປະເທດຈໍານວນໜຶ່ງຂາດຄວາມໝັ້ນຄົງ, ເຮັດໃຫ້ການບໍລິຫານດໍາເນີນທຸລະກິດປະສົບກັບຄວາມຫຍຸ້ງຍາກຫຼາຍ.

ເຖິງຢ່າງໃດກໍ່ຕາມ, ໝາກຜົນໃນປີ 2019 ແມ່ນດີທີ່ສຸດ, ລາຍຮັບ ແລະກໍາໄລຈາກການລົງທຶນສາກົນເຕີບໂຕຢ່າງຕໍ່ເນື່ອງ.

ຊຸກຍູ້ການສ້າງສັງຄົມດີຈີຕອນ

ນັກຂ່າວ: ຫວນຄືນໄລຍະທາງ 30ປີ ຜ່ານມາ, Viettel ໄດ້ດຳເນີນການສ້າງຄວາມເປັນຈິງໃໝ່ຫຼາຍເທື່ອໃຫ້ແກ່ຕົນກໍ່ຄືໃຫ້ຂະແໜງໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ, ພື້ນຖານເສດຖະກິດ, ການປ້ອງກັນຊາດຫວຽດນາມ. ທ່ານໃຫ້ຮູ້ “ຄວາມເປັນຈິງໃໝ່” ທີ່ Viettel ກໍາລັງກໍ່ສ້າງໃນປະຈຸບັນນີ້ແມ່ນຫຍັງແດ່?

ທ່ານພົນຈັດຕະວາ  ເລດັງຢູ້ງ: ຄວາມເປັນຈິງໃໝ່ທີ່ Viettel ເວົ້າເຖິງແມ່ນສັງຄົມດີຈີຕອນ. ຢູ່ທີ່ນັ້ນ, ມີໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານໃນແຕ່ລະຂົງເຂດຂອງຊີວິດການເປັນຢູ່. ເພື່ອສ້າງຄວາມເປັນຈິງໃໝ່, ກ່ອນອື່ນໝົດ Viettel ຕ້ອງສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານທັນສະໄໝທີ່ສຸດ. Viettel ວາງເປົ້າໝາຍຕ້ອງສ້າງໂຄງລ່າງເຊື່ອມຕໍ່ IoT ຢ່າງກວ້າງຂວາງເພື່ອເຊື່ອມຕໍ່ອຸປະກອບນັບເປັນຕື້ນຳກັນ, ຄຸ້ມຄອງ ແລະບັນຊາແບບອັດຕະໂນມັດດ້ວຍຄວາມໄວສູງທີ່ສຸດ. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ສ້າງບັນດາພື້ນຖານເຕັກນິກດີຈີຕອນເພື່ອໃຫ້ປະຊາຊົນໝົດທຸກຄົນສາມາດປະດິດສ້າງຢູ່ນັ້ນໄດ້.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ຈາງຫງວຽນ