ຂ້າພະເຈົ້າໄດ້ຮູ້ຈັກອ້າຍ ຫງວຽນວັນຮຸ່ງ, ປະທານສະພາບໍລິຫານບໍລິສັດໃຫຍ່ລົງທຶນ ແລະພັດທະນາອຸດສາຫະກໍາ (Becamex IDC) ມາແຕ່ເຫິງແລ້ວ. ຕອນພົບອ້າຍທຳອິດ, ຂ້າພະເຈົ້າຄິດວ່າອ້າຍແມ່ນຜູ້ອໍານວຍການທີ່ມັກຫຼິ້ນເຕັນນິດ, ແຕ່ເມື່ອໄດ້ແລກປ່ຽນກັບອ້າຍກ່ຽວກັບຫົວເລື່ອງພັດທະນາເສດຖະກິດ-ສັງຄົມຂອງແຂວງບີ່ງເຢືອງ ກໍ່ຄືເຂດເສດຖະກິດຈຸດສຸມທາງພາກໃຕ້ ແລະ Becamex IDC ແລ້ວ, ຈຶ່ງຮູ້ວ່າອ້າຍເປັນຄົນທີ່ມີຄວາມເມົາມົວກັບການປ່ຽນແປງໃໝ່, ປະດິດຄິດສ້າງ. ອ້າຍເວົ້າວ່າ: “ແຕ່ກ່ອນບີ່ງເຢືອງ ພັດທະນາເສດຖະກິດແມ່ນມາຈາກການຕັດສິນໃຈ ແລະລະດົມເງິນລົງທຶນຈາກຕ່າງປະເທດ, ປະຈຸບັນແມ່ນຕ້ອງມີບັນດາວິທີການແກ້ໄຂທາງເຕັກໂນໂລຢີທີ່ທັນສະໄໝຈຶ່ງພັດທະນາບຸກທະລຸໄດ້. ກ່ຽວກັບ Becamex IDC ກໍ່ເປັນຄືແນວນັ້ນ. ພວກຂ້າພະເຈົ້າບໍ່ພຽງແຕ່ພັດທະນາດ້ວຍເຕັກໂນໂລຢີທີ່ທັນສະໄໝເທົ່ານັ້ນ ຫາກຍັງຕ້ອງແມ່ນບ່ອນນໍາໜ້າກ່ຽວກັບການຫັນເປັນດີຈີຕອນ, ການຮ່ວມມືກັບສາກົນ, ເພື່ອກາຍເປັນເຄື່ອງມືທີ່ມີປະສິດທິຜົນຂອງທ້ອງຖິ່ນໃນການພັດທະນາເສດຖະກິດ-ສັງຄົມ ແລະກໍ່ສ້າງນະຄອນອັດສະລິຍະບີ່ງເຢືອງ”.

leftcenterrightdel
ການນໍາ Becamex IDC ພົບປະແລກປ່ຽນ, ລົງນາມໃນການຮ່ວມມືກັບຄູ່ຮ່ວມມືຕ່າງປະເທດ. ພາບ: ລາກແຈັງ.

ໃນຊຸມປີຜ່ານມາ, ແຂວງບີ່ງເຢືອງ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນກ່ຽວກັບການຮຽກຮ້ອງ ແລະດຶງດູດເງິນລົງທຶນ, ເປັນຕົ້ນແມ່ນການລົງທຶນຈາກຕ່າງປະເທດ. ມາຮອດປະຈຸບັນ, ທົ່ວແຂວງມີເຂດອຸດສາຫະກໍາ, ກຸ່ມອຸດສາຫະກໍາ 48 ແຫ່ງ, ເຊິ່ງໄດ້ດຶງດູດເອົາບັນດາວິສາຫະກິດມາຜະລິດ, ດຳເນີນທຸລະກິດ ແລະຊ່ຽວຊານດ້ານເສດຖະກິດ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກຄຸ້ມຄອງ, ວິສະວະກອນເກັ່ງນັບພັນໆຄົນ... ມາເຮັດວຽກຢູ່ທີ່ນີ້. ແຂວງບີ່ງເຢືອງກາຍເປັນບ່ອນເພາະບົ່ມ, ປູກຝັງຄວາມໃຝ່ຝັນໃນການເລີ່ມທຸລະກິດ ແລະການຄົ້ນຄວ້າ, ປະດິດຄິດສ້າງ. ນັ້ນກໍ່ແມ່ນພື້ນຖານ, ແມ່ນກໍາລັງໜູນເພື່ອໃຫ້ທ້ອງຖິ່ນກໍ່ສ້າງນະຄອນອັດສະລິຍະບີ່ງເຢືອງ.

ເມື່ອເວົ້າກ່ຽວກັບນະຄອນອັດສະລິຍະບີ່ງເຢືອງ, ທ່ານ ປອ ຫງວຽນຫວຽດລອງ ຫົວໜ້າຫ້ອງການນະຄອນອັດສະລິຍະບີ່ງເຢືອງ ໃຫ້ຮູ້ວ່າ: “ແຜນຮ່າງກໍ່ສ້າງນະຄອນອັດສະລິຍະບີ່ງເຢືອງ ແມ່ນຍຸດທະສາດບຸກທະລຸຂອງທ້ອງຖິ່ນ. ເຖິງວ່າຮໍ່າຮຽນເອົາຕາມແບບຢ່າງນະຄອນ Eindhoven ຂອງໂຮນລັງ ກໍ່ຕາມແຕ່ພວກຂ້າພະເຈົ້າໄດ້ສໍາຜັດຕາມວິທີສະເພາະຂອງຕົນ. ບີ່ງເຢືອງ ຈະກໍ່ສ້າງນະຄອນອັດສະລິຍະດ້ວຍລະບົບຊີວະພາບທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ມີການເຊື່ອມຕໍ່, ໃນນັ້ນເປັນຫົວໜ່ວຍທີ່ມີການດັດແປງ, ປ່ຽນແປງໃໝ່ຢ່າງຕໍ່ເນື່ອງ ແລະເຮັດໃຫ້ດີທີ່ສຸດ”.

leftcenterrightdel
 ຮູບແບບສູນການຄ້າໂລກບີ່ງເຢືອງ. ພາບ: ລາກແຈັງ.

ຕອນຄໍ່າວັນທີ 24 ພະຈິກ 2019,  ສູນການຄ້າໂລກຢູ່ນະຄອນໃໝ່ບີ່ງເຢືອງ (WTC BDNC) ໄດ້ປະກາດບັນດາການເຄື່ອນໄຫວຂອງເວທີປາໄສຮ່ວມມືເສດຖະກິດອາຊີ Horasis - ບີ່ງເຢືອງ 2019 ຢ່າງເປັນທາງການ. ທີ່ພິທີປະກາດນີ້, ທ່ານ ເຈິ່ນແທັງລຽມ ປະທານຄະນະກຳມະການປະຊາຊົນແຂວງບີ່ງເຢືອງ ເນັ້ນໜັກວ່າ: “WTC BDNC ຍິ່ງກວ່າອາຄານ ຫຼືອົງການຈັດຕັ້ງໃດທັງໝົດ, ເພາະວ່າມັນແມ່ນສູນບໍລິການຄົບວົງຈອນດຶງດູດເອົາການເຄື່ອນໄຫວການຄ້າສາກົນຢູ່ທາງທິດຕາເວັນອອກພາກໃຕ້”. ກ່ອນໜ້ານັ້ນ, ເດືອນກັນຍາ 2019, WTC BDNC ໄດ້ກາຍເປັນສະມາຊິກຂອງສະຫະສະມາຄົມສູນການຄ້າໂລກ (WTCA).

ຍິ່ງຊອກຮູ້, ພວກຂ້າພະເຈົ້າຍິ່ງມີຄວາມເມົາມົວຫຼົງໄຫຼກັບແຂວງບີ່ງເຢືອງ. ເມົາມົວຫຼົງໄຫຼຍ້ອນມີບາດກ້າວບຸກທະລຸທາງດ້ານຫົວຄິດປະດິດສ້າງ, ຍ້ອນຄວາມອະລັງການໃຫຍ່ໂຕໃນການພັດທະນາເສດຖະກິດ-ສັງຄົມ. ບາງເທື່ອກໍ່ແມ່ນຍ້ອນສິ່ງດັ່ງກ່າວນັ້ນເຊິ່ງທ້າຍເດືອນຕຸລາຜ່ານມາ, ທີ່ເວທີປາໄສປະຊາຄົມອັດສະລິຍະໂລກ, ແຂວງບີ່ງເຢືອງ ຈຶ່ງສືບຕໍ່ໄດ້ຮັບການເຊີດຊູວ່າແມ່ນໜຶ່ງໃນ 21 ນະຄອນ, ເຂດທີ່ມີຍຸດທະສາດພັດທະນານະຄອນອັດສະລິຍະທີ່ໂດດເດັ່ນຂອງໂລກ (Smart21).

leftcenterrightdel
ຮູບແບບສູນການຄ້າໂລກບີ່ງເຢືອງ. ພາບ: ລາກແຈັງ.

ໃນຊຸມປີຜ່ານມາ, ບັນດາການນໍາລຸ້ນຕ່າງໆຂອງແຂວງບີ່ງເຢືອງ, ບັນດາພະແນກ, ຄະນະ, ຂະແໜງການ, ບັນດາຫົວໜ່ວຍບໍລິຫານໃນແຂວງ ແລະປະຊາຊົນແຂວງບີ່ງເຢືອງ ຍາມໃດກໍ່ເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະມານະພະຍາຍາມເພື່ອມີບັນດາແຜນນະໂຍບາຍທີ່ຖືກຕ້ອງ, ມີທິດທາງທີ່ເໝາະສົມ ແລະມີໝາກຜົນນັບມື້ນັບດີກວ່າ.  ທ່ານ ເຈິ່ນວັນນາມ, ກໍາມະການສູນກາງພັກ, ເລຂາພັກແຂວງບີ່ງເຢືອງ  ໄດ້ເວົ້າວ່າ: “ອັນໃດເຊິ່ງແຂວງບີ່ງເຢືອງ ບັນລຸໄດ້ນັ້ນແມ່ນມີການຊີ້ນໍາ, ນໍາພາຢ່າງໃກ້ຊິດ, ຖືກຕ້ອງຂອງສູນກາງ, ແມ່ນເຫື່ອແຮງ, ພູມປັນຍາຂອງທັງລະບົບການເມືອງໃນແຂວງ. ໃນຊຸມປີຈະມາເຖິງ, ຍາມໃດຊາວບີ່ງເຢືອງ ທຸກຄົນ ກໍ່ຍັງຄົງສູ້ຊົນ, ພະຍາຍາມໃຫ້ຫຼາຍກວ່າອີກ. ສິ່ງສໍາຄັນແມ່ນຕ້ອງປ່ຽນແປງໃໝ່ຢ່າງເດັດຂາດ, ປະດິດຄິດສ້າງດ້ວຍການນຳໃຊ້ເຕັກໂນໂລຢີທີ່ທັນສະໄໝກັບການຮ່ວມສໍາພັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງ 3 ຮູບແບບແມ່ນ: ລັດ, ວິສາຫະກິດ ແລະນັກວິທະຍາສາດເພື່ອສ້າງແຫຼ່ງກໍາລັງ, ສ້າງການພັດທະນາໃຫ້ແຂວງບີ່ງເຢືອງ”.

ຂ້າພະເຈົ້າໄດ້ເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດອາຊີ Horasis - ບີ່ງເຢືອງ ທ້າຍເດືອນພະຈິກ 2019. ເມື່ອໄດ້ຮັບຟັງບັນດານັກວິທະຍາສາດ, ນັກຄຸ້ມຄອງເສດຖະກິດຕ່າງປະເທດເວົ້າກ່ຽວກັບແຂວງບີ່ງເຢືອງ ນັ້ນ, ຂ້າພະເຈົ້າຍິ່ງມີຄວາມເຊື່ອໝັ້ນ, ມີຄວາມຄາດຫວັງ ແລະຄອງຄອຍການພັດທະນາຫຼາຍກວ່ານີ້ອີກຂອງເຂດດິນແດນແຫ່ງນີ້. ທ່ານ ປອ Frank-Jurgen Richter, ປະທານເວທີປາໄສ Horasis ປະທັບໃຈທີ່ສຸດຕໍ່ສິ່ງທີ່ແຂວງບີ່ງເຢືອງ ບັນລຸໄດ້. ທ່ານເວົ້າວ່າ: “ໃນຄໍ່າຄືນປິດ Horasis ຢູ່ບີ່ງເຢືອງ, ພວກເຮົາມີຊີວິດຢ່າງແທ້ຈິງໃນ: ຄວາມຝັນອາຊີ. ຍ້ອນວ່າຢູ່ທີ່ນີ້ພວມສ້າງແຫຼ່ງບັນດານໃຈໃຫ້ພວກເຮົາມີຫົວຄິດປະດິດສ້າງຢ່າງແຮງ, ບັນດາຄວາມໃຝ່ຝັນບືນຕົວຂຶ້ນເພື່ອຜົນສໍາເລັດທີ່ໃຫຍ່ຫຼວງກວ່າອີກ”. 

ຂ້າພະເຈົ້າເຫັນດີກັບ ທ່ານ ປອ Frank-Jurgen Richter ແລະເຊື່ອໝັ້ນວ່າຈະເປັນຄືແນວນັ້ນແທ້. ເຊື່ອໝັ້ນຍ້ອນວ່າແຂວງບີ່ງເຢືອງ ພວມເສີມຂະຫຍາຍອັນໃດດີງາມ, ຄວາມສາມາດບົ່ມຊ້ອນທີ່ສຸດຂອງຕົນ, ເພື່ອໃຫ້ມີນະຄອນອັດສະລິຍະໄດ້ດັ່ງຄວາມຫວັງ, ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບມີຄວາມຜາສຸກ, ນັບມື້ນັບມີຄວາມຈະເລີນຮຸ່ງເຮືອງສີວິໄລກວ່າອີກ.

ໂດຍ: ເຈິ່ນຮວ່ຽນ