ຜ່ານບັນດາວຽກງານອັນລະອຽດ, ພວກຂ້າພະເຈົ້າ-ບັນດານັກຂ່າວນັກຮົບໄດ້ຂົນຂວາຍຜູ້ໃຈບຸນໃຈກຸສົນຮ່ວມເດີນທາງໃນການເຄື່ອນໄຫວທາງສັງຄົມເພື່ອຕອບບຸນແທນຄຸນຜູ້ທີ່ມີຄຸນງາມຄວາມດີ, ຊ່ວຍເຫຼືອຄອບຄົວທຸກຍາກໃນທົ່ວປະເທດ ແລະເພື່ອນມິດສະຫາຍ, ເພື່ອນຮ່ວມກົມກອງທີ່ພວມປະສົບກັບຄວາມຫຍຸ້ງຍາກ. ການປະກອບສ່ວນຂອງພວກຂ້າພະເຈົ້າເຖິງວ່າຍັງໜ້ອຍແຕ່ໄດ້ຊ່ວຍບັນດາຜູ້ທີ່ຍັງທຸກຍາກຂາດເຂີນມີກໍາລັງໜູນ, ຄວາມເຊື່ອໝັ້ນບືນຕົວຂຶ້ນໃນຊີວິດການເປັນຢູ່.

ຈາກຂອງຂວັນບຸນເຕັດທີ່ມອບໃຫ້ຄອບຄົວທຸກຍາກ...

ໂດຍໄດ້ກາຍເປັນປະເພນີແລ້ວ, ແຕ່ລະປີການເຄື່ອນໄຫວທາງສັງຄົມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ເລີ່ມຕົ້ນດ້ວຍການມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ບັນດາທ້ອງຖິ່ນທີ່ພວມປະສົບກັບຄວາມຫຍຸ້ງຍາກ. ກ່ອນບຸນເຕັດປີກຸນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສົມທົບ ແລະຮ່ວມເດີນທາງພ້ອມກັບກອງທຶນກຸສົນ (ກຸ່ມບໍລິສັດ Vingroup) ຈັດຕັ້ງການມອບຂອງຂວັນບຸນເຕັດໃຫ້ຄອບຄົວຜູ້ທີ່ມີຄຸນງາມຄວາມດີ, ຄອບຄົວທຸກຍາກ ແລະຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ບັນດາທ້ອງຖິ່ນ, ຄື: ແຂວງອຽນບ໋າຍ, ຖ໋າຍງວຽນ, ຮືງອຽນ, ຮ່າໂນ້ຍ ແລະແທັງຮວ໋າ ດ້ວຍຈໍານວນ 1.600 ພູດ (ແຕ່ລະພູດມີມູນຄ່າ 500.000 ດົ່ງ).

leftcenterrightdel
ຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວຜູ້ທີ່ມີຄຸນງາມຄວາມດີຢູ່ຕາແສງລາປ໋ານເຕິ໊ນ ( ເມືອງມູ່ກັງຈ໊າຍ, ແຂວງອຽນບ໋າຍ). ພາບ: qdnd.vn.

ເມື່ອຄະນະປະຕິບັດງານໄປມອບຂອງຂວັນຢູ່ຕາແສງຝຸໂດ, ເມືອງຝຸເລືອງ (ແຂວງຖ໋າຍງວຽນ), ແມ່ເຖົ້າ ຫງວຽນທິຍ້ານ, ອາຍຸ 68 ປີ ແມ່ນຄອບຄົວທຸກຍາກໃນຕາແສງຝຸໂດ ແບ່ງປັນດ້ວຍຄວາມສະເທືອນໃຈວ່າ: “ຈໍານວນເງິນນີ້ຂ້າພະເຈົ້າຈະຊື້ເຂົ້າໜຽວເພື່ອຫໍ່ເຂົ້າຕົ້ມ ແລະແຕ່ງພາເຂົ້າເພື່ອບູຊາບັນພະບຸລຸດ. ບໍ່ຮູ້ເວົ້າຫຍັງອີກ, ມີແຕ່ຂໍຂອບໃຈໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ໄດ້ເອົາໃຈໃສ່ເຖິງຄົນທຸກຍາກຄືພວກຂ້າພະເຈົ້າ”.

ພິເສດ, ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ຄະນະປະຕິບັດງານນັ້ນແມ່ນການໄປມອບຂອງຂວັນ 300 ພູດໃຫ້ບັນດາຄອບຄົວທຸກຍາກຢູ່ຕາແສງປຸ໋ງລວງ ແລະລາປ໋ານເຕິ໊ນ, ເມືອງມູ່ກັງຈ໊າຍ (ແຂວງອຽນບ໋າຍ). ຢູ່ບໍລິເວນຫຍຸ້ງຍາກເປັນພິເສດ, ເຖິງວ່າດິນຟ້າອາກາດຮ້າຍແຮງ, ຝົນຕົກໜາວຈັດກໍ່ຕາມ ແຕ່ນັບແຕ່ຮຸ່ງເຊົ້າ, ປະຊາຊົນລາປ໋ານເຕິ໊ນ ໄດ້ຜ່ານຫ້ວຍ, ຂ້າມປ່າມີໜ້າຢ່າງຄົບຖ້ວນຢູ່ສໍານັກງານຄະນະກໍາມະການປະຊາຊົນຕາແສງ ເພື່ອລໍຖ້າຮັບຂອງຂວັນບຸນເຕັດ. ແມ່ເຖົ້າ ຊຸ່ງທິໂຊ, ອາຍຸ 75 ປີ, ພາຍຫຼັງທີ່ຮັບຂອງຂວັນໄດ້ແບ່ງປັນດ້ວຍຄວາມສະເທືອນໃຈວ່າ: “ບຸນເຕັດປີນີ້ພວກຫຼານຂອງຕົນໄດ້ມີຊີ້ນ, ເຂົ້າໜົມຕື່ມອີກແລ້ວ. ຂໍຂອບອົກຂອບໃຈຫຼາຍໆ ແລະປາດຖະໜາວ່າ ບັນດາຜູ້ໃຈບຸນໃຈກຸສົນຈະສືບຕໍ່ເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນພວກຂ້າພະເຈົ້າ”.

leftcenterrightdel
ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ, ສະພາກາແດງເມືອງກວ໋າງເຊືອງ, ໂຮງໝໍອັງໂດກຣີນແຂວງແທັງຮວ໋າ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກຢູ່ຕາແສງກວ໋າງວັນ. ພາບ: qdnd.vn.

ສ່ວນຢູ່ແຂວງແທັງຮວ໋າ, ຄະນະປະຕິບັດງານໄດ້ມອບຂອງຂວັນບຸນເຕັດຈໍານວນ 500 ພູດ (ແຕ່ລະພູດມີມູນຄ່າ 500.000 ດົ່ງ) ໃຫ້ຄອບຄົວທຸກຍາກ, ຄອບຄົວຜູ້ທີ່ມີຄຸນງາມຄວາມດີປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ບັນດາເມືອງ: ກວ໋າງເຊືອງ, ຫງອັກລັກ, ອຽນດິ້ງ, ຖໍ້ຊວນ ແລະນະຄອນແທັງຮວ໋າ. ແມ່ເຖົ້າ ຫງວຽນທິຍູງ ຢູ່ຕາແສງກວ໋າງວັນ, ເມືອງກວ໋າງເຊືອງ ແບ່ງປັນວ່າ: “ພວກຂ້າພະເຈົ້າຂໍຂອບອົກຂອບໃຈບັນດານັກຂ່າວ, ບັນດາຜູ້ໃຈບຸນໃຈກຸສົນ. ຂອງຂວັນນີ້ຊ່ວຍໃຫ້ຄອບຄົວພວກຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ ແລະເບີກບານມ່ວນຊື່ນຕື່ມອີກ”.

ຂອງຂວັນແຕ່ລະພູດ, ເຖິງວ່າຈະໜ້ອຍກໍ່ຕາມ ແຕ່ໃນນັ້ນໄດ້ຝາກຝັງສາຍຈິດມິດໃຈອັນໃຫຍ່ຫຼວງ. ຍ້ອນເຫດນັ້ນ, ໄປຮອດໃສພວກຂ້າພະເຈົ້າກໍ່ໄດ້ຮັບການຕ້ອນຮັບຢ່າງສະໜິດສະໜົມ ແລະຈິງໃຈຈາກອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນ.

... ເຖິງບັນດາການເຄຶື່ອນໄຫວທາງສັງຄົມດ້ວຍຄວາມກຸສົນ, ສະໝັກໃຈ

ໃນປີ 2019, ຜ່ານບັນດາລາຍການພົບປະແລກປ່ຽນສິລະປະ, ການເດີນທາງກັບຄືນສູ່ຕົ້ນກໍາເນີດ, ບັນດາເຫດການການເມືອງສໍາຄັນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ລ້ວນແຕ່ຕິດພັນກັບບັນດາອົງການ, ກົມກອງ, ວິສາຫະກິດຈັດຕັ້ງບັນດາການເຄື່ອນໄຫວກຸສົນ, ມະນຸດສະທໍາ. ໃນການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ-2019, ຊີງຂັນໜັງສືພິມກອງທັບປະຊາຊົນຫວຽດນາມ”, ພາຍຫຼັງສິ້ນສຸດໄລຍະທາງແຂ່ງຂັນຮ່າໂນ້ຍ-ຮວ່າບິ່ງ, ຄະນະຈັດຕັ້ງໄດ້ມອບທຶນສຶກສາໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງຂອງແຂວງຮວ່າບິ່ງ ດ້ວຍຈໍານວນເງິນ 100 ລ້ານດົ່ງ. ພ້ອມກັນນັ້ນ, ໄດ້ມອບຂອງຂວັນ 65 ພູດໃຫ້ຄອບຄົວຜູ້ທີ່ມີຄຸນງາມຄວາມດີ. ກຸ່ມບໍລິສັດ Vingroup ໄດ້ມອບ-ຮັບເຮືອນແຫ່ງສາຍຈິດມິດໃຈທີ່ມີມູນຄ່າ 70 ລ້ານດົ່ງໃຫ້ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ບຸ່ຍວັນໂຢ່ຍ ແລະເງິນສົດ 70 ລ້ານດົ່ງໃຫ້ແມ່ເຖົ້າ ບຸ່ຍທິຕັດ. ທະນາຄານກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ  (Agribank) ໄດ້ມອບເງິນ 50 ລ້ານດົ່ງ ແລະທະນາຄານການຄ້າຫຸ້ນສ່ວນບັກອ໋າ ມອບເງິນ 130 ລ້ານດົ່ງໃຫ້ຜູ້ມີຄຸນງາມຄວາມດີຂອງບັນດາທ້ອງຖິ່ນ, ຄື: ຮ່າໂນ້ຍ, ຮວ່າບິ່ງ, ເຊີນລາ, ດ້ຽນບຽນ.

leftcenterrightdel
ກະກຽມຂອງຂວັນຢູ່ສໍານັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ກ່ອນທີ່ຄະນະປະຕິບັດງານເດີນທາງໄປຍັງບັນດາຄອບຄົວຜູ້ທີ່ມີຄຸນງາມຄວາມດີ, ຄອບຄົວທຸກຍາກ. ພາບ: qdnd.vn.

ເມື່ອໄດ້ຮັບຂອງຂວັນຈາກຄະນະຈັດຕັ້ງການແຂ່ງຂັນ, ນັກຮົບເກົ່າ ເຈິ່ນດັງຖື໋ (ອາຍຸ 93 ປີ, ຮ່າໂນ້ຍ) ໄດ້ແບ່ງປັນດ້ວຍຄວາມສະເທືອນໃຈວ່າ: “ຂ້າພະເຈົ້າໄດ້ຕິດຕາມການແຂ່ງຂັນລົດຖີບໂດຍໜັງສືພິມກອງທັບປະຊາຊົນຫວຽດນາມ ຈັດຕັ້ງຫຼາຍຄັ້ງແລ້ວ ແລະເຫັນວ່າການແຂ່ງຂັນຄັ້ງໃດກໍ່ມີຄວາມໝາຍຫຼາຍຢ່າງ. ບໍ່ພຽງແຕ່ຂ້າພະເຈົ້າເທົ່ານັ້ນ ຫາກຍັງນັກຮົບເກົ່າຫຼາຍຄົນກໍ່ໄດ້ຮັບຂອງຂວັນຈາກຄະນະຈັດຕັ້ງການແຂ່ງຂັນອີກດ້ວຍ. ນັ້ນແມ່ນການເຄື່ອນໄຫວທີ່ອົບອຸ່ນ ແລະເຕັມໄປດ້ວຍສາຍຈິດມິດໃຈ”.

ໜຶ່ງໃນບັນດາຄວາມຊົງຈໍາຍາກທີ່ຈະຫຼົງລືມໄດ້ນັ້ນແມ່ນການຢ້ຽມຢາມໂຮງໝໍ K- ສາຂາເຕິນຈ່ຽວ (ແທັງຈີ່, ຮ່າໂນ້ຍ) ຂອງພວກຂ້າພະເຈົ້າ, ເມື່ອເຫັນທັງຄົນເຈັບ ແລະຍາດຕິພີ່ນ້ອງຂອງເຂົາເຈົ້າຍັງຕ້ອງໄປຊື້ນໍ້າດື່ມຢູ່ຮ້ານ, ບັນດານັກຂ່າວນັກຮົບໄດ້ໄປຂົນຂວາຍຜູ້ໃຈບຸນໃຈກຸສົນບໍລິຈາກເງິນ 1,5 ຕື້ດົ່ງ ເພື່ອກໍ່ສ້າງ, ຕິດຕັ້ງລະບົບຕອງນໍ້າໝູນໃຊ້ເຕັກໂນໂລຢີ RO. ດ້ວຍຄວາມສາມາດຕອງນ້ຳບໍລິສຸດໄດ້ 5.000 ລິດ/ຊົ່ວໂມງ, ຄົນເຈັບ ແລະຍາດຕິພີ່ນ້ອງຂອງເຂົາເຈົ້າໄດ້ມີແຫຼ່ງນໍ້າສະອາດຢ່າງພຽງພໍເພື່ອນໍາໃຊ້ປະຈໍາວັນ. ທ່ານ ຟ້າມເລືອງອານ, ຮອງຜູ້ອໍານວຍການໂຮງໝໍ K- ສາຂາເຕິນຈ່ຽວ (ແທັງຈີ່, ຮ່າໂນ້ຍ) ໄດ້ຝາກຄໍາຂອບໃຈຢ່າງເລິກເຊິ່ງເຖິງບັນດານັກຂ່າວນັກຮົບ, ບັນດາຜູ້ໃຈບຸນໃຈກຸສົນທີ່ໄດ້ເອົາໃຈໃສ່, ຊ່ວຍເຫຼືອຄົນເຈັບທີ່ພວມປິ່ນປົວພະຍາດຢູ່ໂຮງໝໍ.

ບໍ່ພຽງແຕ່ຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນ, ຫາກໜັງສືພິມກອງທັບປະຊາຊົນຫວຽດນາມ ຍັງເອົາໃຈໃສ່ເຖິງຂະບວນການສົ່ງເສີມການສຶກສາ, ສົ່ງເສີມຄົນເກັ່ງກ້າສາມາດ ເພື່ອແນໃສ່ລະດົມກໍາລັງໃຈ, ຊຸກຍູ້ຂະບວນການຮໍ່າຮຽນເປັນປະຈໍາ, ການຮໍ່າຮຽນຕະຫຼອດຊີວິດຂອງປະຊາຊົນທຸກຊັ້ນວັນນະອີກດ້ວຍ. ໃນປີ 2019, ກອງທຶນສົ່ງເສີມການສຶກສາຮ່າໂນ້ຍ ແລະໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຫັກເງິນ 100 ລ້ານດົ່ງຈາກກອງທຶນ “ອ້ອມແຂນເພື່ອນຮ່ວມກອງ” ເພື່ອມອບລາງວັນໃຫ້ນັກຮຽນ, ນັກສຶກສາ ແລະຜູ້ທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ, ການອອກແຮງງານ, ປະຕິບັດງານ ແລະຍ້ອງຍໍຊົມເຊີຍແບບຢ່າງວຽກດີຄົນເດັ່ນ. ຜ່ານນັ້ນ, ປະກອບສ່ວນປຸກລຸກຄວາມຕື່ນຕົວໃນການຮ່ຳຮຽນ, ປະກອບສ່ວນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ກໍ່ສ້າງຊັບພະຍາກອນມະນຸດ, ບໍາລຸງຜູ້ທີ່ມີຄວາມເກັ່ງກ້າສາມາດ.

ເມື່ອເວົ້າເຖິງການເຄື່ອນໄຫວທາງສັງຄົມ, ການກຸສົນ, ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ຢັ້ງຢືນວ່າ: “ຜ່ານການໄປປະຕິບັດງານແຕ່ລະຄັ້ງ, ບັນດານັກຂ່າວນັກຮົບໄດ້ເຫັນປະຈັກຕາບັນດາຜູ້ປະສົບກັບຄວາມຫຍຸ້ງຍາກທີ່ແຕກຕ່າງກັນ ແລະສິ່ງທີ່ພວກຂ້າພະເຈົ້າມຸ່ງມາດປາດຖະໜາແມ່ນສາມາດຊ່ວຍເຫຼືອເພື່ອນຮ່ວມກົມກອງໄດ້ຫຼາຍຄົນ, ບັນດາຄອບຄົວຜູ້ທີ່ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ເພື່ອໃຫ້ເຂົາເຈົ້າຫຼຸດຜ່ອນຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດການເປັນຢູ່. ດ້ວຍຄວາມໝາຍດັ່ງກ່າວ, ການເດີນທາງເພື່ອການກຸສົນຈະສືບຕໍ່ຜັນຂະຫຍາຍໃນຊຸມປີຕໍ່ໄປ”.

ໂດຍ: ທະນາພອນ