ຍ້ອນແນວນັ້ນ, ລັດຖະບານຫວຽດນາມ ໄດ້ ແລະພວມມານະພະຍາຍາມຮັບມືກັບໄພທໍາມະຊາດຜ່ານການຫຼຸດຜ່ອນຄວາມສ່ຽງໄພ, ຍູ້ແຮງວຽກງານກະກຽມ ແລະສ້າງບັນດາແຜນທີ່ແຕກຕ່າງກັນກ່ຽວກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າ ອາກາດ. ການເຄື່ອນໄຫວນີ້ສືບຕໍ່ຢັ້ງຢືນນະໂຍບາຍຂອງຫວຽດນາມ ໃນການຮັບປະກັນບັນດາສິດຂອງມະນຸດ, ພິເສດແມ່ນບັນດາກຸ່ມຜູ້ສ່ຽງໄພສູງກວ່າເພິ່ນໃນສັງຄົມ.

leftcenterrightdel
ພາບປະກອບຄັດຈາກ baovemoitruong.org.vn.

ໃນນັ້ນ, ຕ້ອງເວົ້າເຖິງຄໍາໝັ້ນສັນຍາດ້ານການເມືອງຂອງລັດຖະບານຫວຽດນາມ ໃນການຮັບມືກັບຄວາມເປັນຫ່ວງລວມໃນທົ່ວໂລກກ່ຽວກັບສະພາບການປ່ຽນແປງຂອງດິນຟ້າອາກາດ. ໃນບັນດາເວທີປາໄສຮ່ວມມືກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ ຫຼືການພົບປະທາງການທູດຕ່າງໆ, ການນໍາຫວຽດນາມ ຍາມໃດກໍ່ຢັ້ງຢືນປະຕິບັດບັນດາຄໍາໝັ້ນສັນຍາສາກົນ, ຜັນຂະຫຍາຍບັນດາຄໍາໝັ້ນສັນຍາສາກົນທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ ແລະປາດຖະໜາຢາກຮ່ວມມືກັບບັນດາປະເທດໃນຂົງເຂດນີ້.

ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 74 ທີ່ດໍາເນີນໃນເດືອນກັນຍາ ຜ່ານມາ ຢູ່ນິວຢອກ, ອາເມລິກາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ພ້ອມກັບບັນດາການນໍາໂລກສະແດງຄວາມສະໜັບສະໜູນຕໍ່ການກໍາເນີດຂອງຂໍ້ຕົກລົງໃໝ່ກ່ຽວກັບມະນຸດ ແລະທໍາມະຊາດ. ໃນຮູບເງົາສັ້ນທີ່ສາຍຢູ່ທີ່ເຫດການ “ບັນດາການນໍາເພື່ອທໍາມະຊາດ ແລະມະນຸດ”, ທ່ານ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ: ຫວຽດນາມ ພວມມານະພະຍາຍາມ ຮ່ວມແຮງຮ່ວມໃຈພ້ອມກັບໂລກປະຕິບັດວິວັດການຫັນທິດເຖິງຮູບແບບເສດຖະກິດຂຽວ, ເດັດດ່ຽວບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ ເພື່ອພັດທະນາເສດຖະກິດ, ສົ່ງຜົນສະທ້ອນເຖິງການພັດທະນາແບບຍືນຍົງ, ຍາມໃດກໍ່ຖືວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນ, ການປົກປັກຮັກສາສິ່ງແວດລ້ອມແມ່ນວຽກງານສໍາຄັນໃນມະຕິ ແລະການກໍານົດທິດພັດທະນາ.

ຄວນເຕື້ອງເຖິງໜຶ່ງໃນບັນດາຂໍ້ລິເລີ່ມທີ່ເປັນຂີດໝາຍອາຍຸການຂອງຫວຽດນາມ ເມື່ອດຳລົງຕຳແໜ່ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ (2014-2016) ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ດ້ວຍບົດບາດເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ, ຫວຽດນາມ ໄດ້ສະເໜີຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງຄວາມມານະພະຍາຍາມຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນສິດຂອງກຸ່ມຜູ້ສ່ຽງໄພສູງກວ່າເພິ່ນ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ຕາມຂໍ້ລິເລີ່ມຂອງຫວຽດນາມ, ມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໂດຍຫວຽດນາມ, ຟີລິບປິນ ແລະບັງກະລາເທດສ້າງຂຶ້ນທີ່ສຸມໃສ່ການກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ສິດຂອງແມ່ຍິງ, ໄດ້ຮັບການຮັບຮອງເອົາຈາກສະພາສິດທິມະນຸດສະຫະປະຊາຊາດ .

ປະຈຸບັນ, ຫວຽດນາມ ຍາມໃດກໍ່ມຸ່ງໄປເຖິງການສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດອາຍຸການ ທີ 3, ເພື່ອສືບຕໍ່ປະຕິບັດ ແລະຊຸກຍູ້ບັນດາຂໍ້ລິເລີ່ມຂອງຕົນ, ລວມມີຂໍ້ລິເລີ່ມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານນາງ Michelle Bachelet ຂ້າຫຼວງໃຫຍ່ຮັບຜິດຊອບສິດທິມະນຸດຂອງສະຫະປະຊາຊາດ ໄດ້ຢັ້ງຢືນວ່າ, ສະພາສິດທິມະນຸດສະຫະປະຊາຊາດ ສາມາດສວມບົດບາດສໍາຄັນໃນການຮັບມືການປ່ຽນແປງຂອງດິນຟ້າອາກາດ. ທີ່ກອງປະຊຸມປະຈຳປີຄັ້ງທີ 42 ຜ່ານມາ, ທ່ານນາງ Michelle Bachelet ໄດ້ຢັ້ງຢືນຄືນໃໝ່ບຸລິມະສິດຊຸກຍູ້ສິດທິມະນຸດໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ຖືວ່າ ໂລກ ບໍ່ເຄີຍປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຄືໃນປະຈຸບັນຈັກເທື່ອ.

ໂດຍນອນໃນກຸ່ມ 5 ປະເທດຈະຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ ສະນັ້ນຫວຽດນາມ ຮັບຮູ້ໄດ້ຄວາມສໍາຄັນຂອງການຮັບມື, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງບັນດາມາດຕະການປົກປ້ອງສຸຂະພາບປະຊາຄົມ, ບັນດາກຸ່ມດ້ອຍໂອກາດໃນສັງຄົມ, ຮັບປະກັນສິດດ້ານສະບຽງອາຫານ, ເຮືອນຢູ່, ການສຶກສາໃນບັນດາລາຍການ ແລະນະໂຍບາຍແຫ່ງຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ເຈິ່ນຮວ່ຽນ