leftcenterrightdel
 ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ  ກ່າວຄໍາເຫັນທີ່ພິທີ. ພາບ: ຟ້າມກຽນ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ເລື່ອງສ້າງຕັ້ງລະບົບບັນດາໂຮງຮຽນນັກຮຽນພາກໃຕ້ຢູ່ພາກເໜືອເພື່ອລ້ຽງດູ ແລະບອກສອນລູກຫຼານຂອງພະນັກງານ, ນັກຮົບ ແລະປະຊາຊົນພາກໃຕ້ແມ່ນແຜນນະໂຍບາຍອັນສະຫຼາດສ່ອງໃສ, ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງພັກ, ລັດຖະບານ ແລະລຸງໂຮ່ ສໍາລັບການກະກຽມຖັນແຖວພະນັກງານຮັບໃຊ້ພາລະກິດຕໍ່ສູ້ປົດປ່ອຍພາກໃຕ້; ຮັບໃຊ້ໃຫ້ກິດຈະການສ້າງສາພາກໃຕ້ເມື່ອປະເທດມີສັນຕິພາບ, ເອກະພາບ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ  ພ້ອມກັບບັນດາການນໍາ, ອະດີດການນໍາພັກ, ລັດ ແລະບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: ຟ້າມກຽນ.

ໃນໄລຍະ 21 ປີ, ແຕ່ປີ 1954-1975, ພັກ, ລັດຖະບານ ແລະລຸງໂຮ່ ໄດ້ສ້າງຕັ້ງ 28 ໂຮງຮຽນນັກຮຽນພາກໃຕ້, ຄື: ໂຮງຮຽນອະນຸບານ, ປະຖົມສຶກສາ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ແລະບຳລຸງວັດທະນະທຳ ເພື່ອຮັບເອົາລູກຫຼານຂອງພະນັກງານ, ນັກຮົບ ແລະປະຊາຊົນພາກໃຕ້ມາລ້ຽງດູ, ຮໍ່າຮຽນຢູ່ພາກເໜືອ, ດ້ວຍຈໍານວນກວ່າ 32 ພັນຄົນ. ເຖິງວ່າໃນຈຸດເວລານັ້ນ, ພາກເໜືອປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ພັກ, ລັດຖະບານ ແລະປະຊາຊົນພາກເໜືອຍັງສະຫງວນໃຫ້ນັກຮຽນພາກໃຕ້ບັນດາເງື່ອນໄຂດີທີ່ສຸດກ່ຽວກັບການກິນຢູ່ ແລະການຮໍ່າຮຽນ. ບັນດານັກຮຽນພາກໃຕ້ລຸ້ນຕ່າງໆໄດ້ເຕີບໃຫຍ່ ແລະມີການປະກອບສ່ວນຫຼາຍຢ່າງໃຫ້ພາລະກິດກໍ່ສ້າງລັດທິສັງຄົມນິຍົມຢູ່ພາກເໜືອ ແລະພາລະກິດຕໍ່ສູ້ຕ້ານອາເມລິກາ ກູ້ຊາດ, ປົດປ່ອຍພາກໃຕ້ ແລະພິເສດແມ່ນໃຫ້ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ໂດຍ: ເຈິ່ນຮວ່ຽນ