ກ່າວຄໍາເຫັນທີ່ພິທີເປີດກອງປະຊຸມ, ທ່ານ ເລຊວນດິ້ງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໃຫ້ຮູ້ວ່າ, ອາຊຽນ ໄດ້ກໍານົດວ່າ ການພັດທະນາດ້ານວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ, ພິເສດແມ່ນໃນສະພາບການເຊື່ອມໂຍງທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະຮຽກຮ້ອງກ່ຽວກັບການຮັກສາລະດັບການເຕີບໂຕດ້ານເສດຖະກິດຂອງທົ່ວພາກພື້ນ, ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກໃນແຜນການກະທໍາ ອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ (APASTI) 2016-2025 ກໍ່ຄືໃນໂຄງການດໍາເນີນງານ 2030 ຂອງສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ.

leftcenterrightdel
ທ່ານ ເລຊວນດິ້ງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ທ່ານ ເລຊວນດິ້ງ ມີຄວາມເຊື່ອໝັ້ນວ່າຜົນສໍາເລັດຂອງກອງປະຊຸມນີ້ຈະຊຸກຍູ້ການກະກຽມ ແລະກຽມພ້ອມໃຫ້ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ ເມື່ອດໍາລົງຕໍາແໜ່ງເປັນປະທານອາຊຽນ ປີ 2020.

ດ້ວຍຫົວຂໍ້ “ວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ໃຫ້ປະຊາຄົມ ອາຊຽນ ແບບຍືນຍົງ, ກອງປະຊຸມບັນດານັກວິທະຍາສາດໜຸ່ມ ອາຊຽນ 2019 ຄັ້ງນີ້ໄດ້ຮັບການຈັດຕັ້ງເພື່ອແນໃສ່ສ້າງກາລະໂອກາດເພື່ອໃຫ້ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນ, ຄວາມຮູ້, ສະເໜີບັນດາຂໍ້ລິເລີ່ມ ແລະມີຂໍ້ສະເໜີກກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະການຮ່ວມມືໃນອາຊຽນ, ແນໃສ່ປະກອບສ່ວນແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນພາກພື້ນ ແລະກໍ່ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາແບບຍືນຍົງ.

ໂດຍ: ເກື່ອງດັ້ງ